ວັນທີ 6 ກັນຍາ, ລັດຖະບານ ໄທ ຢືນຢັນວ່າ ສະພາບຢູ່ເຂດຊາຍແດນ ໄທ-ກຳປູເຈຍ ໄດ້ຮັບການຮັກສາສະຖຽນລະພາບ. ສອງປະເທດໄດ້ດຳເນີນການປະຊຸມຄະນະກຳມະການຊາຍແດນຮ່ວມ ແຕ່ວັນທີ 7-10 ກັນຍາ ຢູ່ແຂວງ Koh Kong, ປະເທດ ກຳປູເຈຍ.
ວັນທີ 6 ກັນຍາ, ສູນພິເສດກ່ຽວກັບສະພາບການເຂດຊາຍແດນ ໄທ-ກຳປູເຈຍ ຮັບຮູ້ວ່າ ສະພາບການຢູ່ 11 ເຂດຈຸດສຸມລຽບຕາມເຂດຊາຍແດນສອງປະເທດມີຄວາມສະຖຽນລະພາບ. ທະຫານ ໄທ ໄດ້ຮັກສາການລາດຕາເວັນ, ຕິດຕາມກວດກາເປັນປະຈຳຢູ່ເຂດນີ້. ທ່ານ Jirayu Houngsub ໂຄສົກລັດຖະບານ ໄທ ໃຫ້ຮູ້ຕື່ມອີກວ່າ: ໃນໄລຍະຜ່ານມາ, ສະພາບການຢູ່ເຂດຊາຍແດນ ໄທ-ກຳປູເຈຍ ໄດ້ຫລຸດຜ່ອນຄວາມເຄັ່ງຕຶງແລ້ວ. ສອງປະເທດຈະຈັດການປະຊຸມຄະນະກຳມະການຊາຍແດນຮ່ວມໃນເວລາ 4 ວັນຖືກຕ້ອງຕາມແຜນການ ດ້ວຍເປົ້າໝາຍ “ຟື້ນຟູສະພາບການເຂດຊາຍແດນໃຫ້ເປັນປົກະຕິຍິ່ງໄວກໍ່ຍິ່ງດີ”.