• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄາຍ ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ເພື່ອ​ການຊຳ​ລະ​ສາ​ກົນ

ຫວຽດນາມ ປາດຖະໜາວ່າ BIS ຈະໃຫ້ຄວາມເອົາໃຈໃສ່, ສືບຕໍ່ຜັນຂະຫຍາຍບັນດາເວທີປາໄສ ແລະ ຂໍ້ລິເລີ່ມຂອງຕົນຢູ່ ຫວຽດນາມ ແລະ ຊ່ວຍໃຫ້ ຫວຽດນາມ ຍົກສູງປະສິດທິຜົນການຄຸ້ມຄອງລະບົບທະນາຄານ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຂາຍ ຕ້ອນຮັບທ່ານ Agustin Carstens ຜູ້ອຳນວຍການໃຫຍ່ທະນາຄານເພື່ອການຊຳລະສາກົນ

ຕອນບ່າຍວັນທີ 22 ກັນຍາ, ຢູ່ສຳນັກງານລັດຖະບານ ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຂາຍ ໄດ້ໃຫ້ການຕ້ອນຮັບທ່ານ Agustin Carstens ຜູ້ອຳນວຍການໃຫຍ່ທະນາຄານເພື່ອການຊຳລະສາກົນ (BIS). ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ສະໜັບສະໜູນທະນາຄານແຫ່ງລັດ ຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງ BIS ແນໃສ່ຍົກສູງປະສິດທິຜົນການຄຸ້ມຄອງລັດ ແລະ ຕິດຕາມກວດກາບັນດາວິຊາສະເພາະການເງິນການທະນາຄານເຕັກໂນໂລຢີສູງ, ຮັບປະກັນສະຖຽນລະພາບດ້ານການເງິນແຫ່ງຊາດ ແລະ ສາກົນ. ຫວຽດນາມ ປາດຖະໜາວ່າ BIS ຈະໃຫ້ຄວາມເອົາໃຈໃສ່, ສືບຕໍ່ຜັນຂະຫຍາຍບັນດາເວທີປາໄສ ແລະ ຂໍ້ລິເລີ່ມຂອງຕົນຢູ່ ຫວຽດນາມ ແລະ ຊ່ວຍໃຫ້ ຫວຽດນາມ ຍົກສູງປະສິດທິຜົນການຄຸ້ມຄອງລະບົບທະນາຄານ.  

ສ່ວນທ່ານ Agustin Carstens ຜູ້ອຳນວຍການໃຫຍ່ BIS ຢັ້ງຢືນວ່າ BIS ຕີລາຄາສູງທີ່ຕັ້ງບົດບາດຂອງ ຫວຽດນາມ ທີ່ມີຕໍ່ຄວາມອາດສາມາດ ແລະ ການປະກອບສ່ວນສຳຄັນແກ່ພື້ນຖານການເງິນ ແລະ ເສດຖະກິດທົ່ວໂລກ. ໃນໄລຍະຈະມາເຖິງ,  BIS ຈະສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວໃນຂົງເຂດປ່ຽນແປງໃໝ່, ປະດິດຄິດສ້າງ ແລະ ຢັ້ງຢືນວ່າ ຈະໜູນຊ່ວຍ ຫວຽດນາມ ຢ່າງສຸດຂີດໃນຂົງເຂດນີ້.

 

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top