• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໊ອງ ຕ້ອນຮັບຜູ້ອຳນວຍການອົງການອະນາໄມໂລກພາກພື້ນປາຊີຟິກຕາເວັນຕົກ

ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Takeshi Kasai, ຜູ້ອຳນວຍການອົງການອະນາໄມໂລກ (WHO) ພາກພື້ນປາຊີຟິກຕາເວັນຕົກ ໃນຕອນບ່າຍວັນທີ 26 ເມສາ ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ.

ທ່ານນາງ ຕ່ອງທິຟ໊ອງ ຕ້ອນຮັບທ່ານ Takeshi Kasai (ພາບ: quochoi.vn)

ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ໃຫ້ຮູ້ວ່າ: ບັນດານະໂຍບາຍ, ກົດໝາຍວ່າດ້ວຍສາທາລະນະສຸກ, ປະຊາກອນຍາມໃດກໍໄດ້ຮັບຖືວ່າ: ແມ່ນຈຸດສຸມຈາກພັກ, ລັດ ເພື່ອປະຕິບັດເປົ້າໝາຍຖືປະຊາຊົນເປັນໃຈກາງໃນການຊຸກຍູ້ການພັດທະນາຮອບດ້ານ. ໃນໄລຍະຈະມາເຖິງ, ສະພາແຫ່ງຊາດ ຫວຽດນາມ ຄາດວ່າຈະປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຜົນຮ້າຍຈາກການກິນເຫຼົ້າ, ເບຍ; ປັບປຸງບັນດາກົດໝາຍວ່າດ້ວຍການກວດພະຍາດ, ປິ່ນປົວພະຍາດ, ກົດໝາຍວ່າດ້ວຍປ້ອງກັນ, ຕ້ານ HIV/AIDS…ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ສະເໜີວ່າ WHO ຈະສືບຕໍ່ເອົາໃຈໃສ່ໜູນຊ່ວຍ, ປະຕິບັດບັນດາໂຄງການກ່ຽວກັບການເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ, ໃນນັ້ນ ເອົາໃຈໃສ່ເຖິງເຂດພູດອຍ, ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ເພື່ອຮັດແຄບຊ່ອງຫວ່າງການສຳພັດກັບການບໍລິການເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນລະຫວ່າງບັນດາເຂດ, ພາກໃນທົ່ວປະເທດ.

        ສ່ວນທ່ານ Takeshi Kasai ກໍ່ປາດຖະໜາຢາກສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ ໃນວຽກງານເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ; ສະໜອງຂໍ້ມູນຂ່າວກ່ຽວກັບສຸຂະພາບໃນໂລກ ແລະ ບັນດາມາດຕະການຮັບມືກັບບັນດາບັນຫາການແພດສາທາລະນະ.

(ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top