• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານພັກແຮງງານສປປ.ເກົາຫຼີຢ້ຽມຢາມສະຖາບັນວິທະຍາສາດກະສິກຳຫວຽດນາມ

ຕອນເຊົ້າວັນທີ 28 ກຸມພາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນຂັ້ນສູງປະເທດ ສປປ.ເກົາຫຼີ ໂດຍທ່ານຮອງປະທານພັກແຮງງານສປປ.ເກົາຫຼີ Ri Su Yong ນຳໜ້າ, ໄດ້ໄປຢ້ຽມຢາມສະຖາບັນວິທະຍາສາດກະສິກຳຫວຽດນາມ.

ທ່ານຮອງປະທານພັກແຮງງານສປປ.ເກົາຫຼີຢ້ຽມຢາມສະຖາບັນວິທະຍາສາດກະສິກຳຫວຽດນາມ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຫົວໜ້າສະຖາບັນວິທະຍາສາດກະສິກຳຫວຽດນາມ, ສາດສະດາຈານ, ປະລິຍາເອກ ຫງວຽນຮົ່ງເຊີນ ໄດ້ແນະນຳກ່ຽວກັບບັນດາຜະລິດຕະພັນກະສິກຳທ່າແຮງຂອງຫວຽດນາມ ພ້ອມທັງຖືວ່າ, ນີ້ແມ່ນກາລະໂອກາດເພື່ອເພີ່ມທະວີການແລກປ່ຽນຂ້ໍມູນຂ່າວສານ ຈາກນັ້ນ ເພີ່ມທະວີການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີໃນກະສິກຳ, ຜ່ານນັ້ນ ເພີ່ມທະວີຄວາມສາມັກຄີມິດຕະພາບ ແລະ ການຮ່ວມມືໃນຂົງເຂດຄົ້ນຄວ້າວິທະຍາສາດ, ພັດທະນາເສດຖະກິດລະຫວ່າງ 2 ປະເທດ.

        ສ່ວນທ່ານຮອງປະທານພັກແຮງງານສປປ.ເກົາຫຼີ Ri Su Yong, ກໍ່ສະແດງຄວາມເອົາໃຈໃສ່ເຖິງເຕັກນິກການປູກຝັງບັນດາຕົ້ນທັນຍາຫານຂອງຫວຽດນາມ ຄື: ເຂົ້າສານ, ສາລີ, ມັນຝລັ່ງ ແລະ ປາດຖະໜາວ່າ ຫວຽດນາມ ໜູນຊ່ວຍຍູ້ແຮງການພັດທະນາເຂົ້າສານຊະນິດຕ່າງໆທີ່ມີສະມັດຕະພາບສູງ.

        ຄາດວ່າ, ໃນຕອນບ່າຍວັນດຽວກັນ, ຄະນະຜູ້ແທນຂັ້ນສູງພັກແຮງງານສປປ.ເກົາຫຼີ ຈະໄປຢ້ຽມຢາມກຸ່ມບໍລິສັດໂທລະສົມມະນາຄົມກອງທັບ Viettel ແລະ ສະຫະກອນຕາແສງ ດານຮ່ວາຍ, ເມືອງ ດານເຟື້ອງ, ຮ່າໂນ້ຍ, ຕາມລາຍການປະຕິບັດງານຂອງຄະນະຢູ່ຫວຽດນາມ.

        ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ຄະນະຜູ້ແທນຂັ້ນສູງພັກແຮງງານສປປ.ເກົາຫຼີ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫາຍເຢືອງ.

(ແຫຼ່ງຄັດຈາກ VOV)

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

Top