ທ່ານຮອງນາຍົກລັດຖະມົນຕີ ຈິງດິ່ງຢຸງ ຕ້ອນຮັບ
ທ່ານຮອງປະທານທະນາຄານລົງທຶນພື້ນຖານໂຄງລ່າງອາຊີ Joachim von Amsberg
(ພາບ: TTXVN)
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຈິງດິ່ງຢຸງ ຢືນຢັນວ່າ, ຫວຽດນາມ ໃຫ້ຄຳໝັ້ນສັນຍາເປັນສະມາຊິກທີ່ມີຄວາມໄວ້ເນື້ອເຊື່ອໃຈ, ມີອິດທິພົນຊື່ສຽງ ແລະ ມີການປະກອບສ່ວນໃຫ້ແກ່ການເຄື່ອນໄຫວຢ່າງມີປະສິດທິຜົນຂອງ AIIB. ບົນພື້ນຖານນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຈິງດິ່ງຢຸງ ສະເໜີໃຫ້ AIIB ສົມທົບຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ອົງການທີ່ມີໜ້າທີ່ຂອງຫວຽດນາມ ເພື່ອເປັນເອກະພາບກັນໃນການໜູນຊ່ວຍດ້ານທຶນຮອນໃຫ້ບັນດາໂຄງການພື້ນຖານໂຄງລ່າງລະອຽດ; ມີກົນໄກໜູນຊ່ວຍການລະດົມທຶນອຸປະຖຳ ແລະ ບັນດາການໜູນຊ່ວຍດ້ານເຕັກນິກອື່ນເພື່ອເພີ່ມລັກສະນະບຸລິມະສິດຂອງແຫຼ່ງທຶນ AIIB ໃຫ້ແກ່ຫວຽດນາມ.
ສ່ວນທ່ານ Joachim von Amsberg ຮອງປະທານທະນາຄານ AIIB ໃຫ້ຮູ້ວ່າ, ໃນຕໍ່ໜ້າ AIIB ສາມາດໜູນຊ່ວຍເພື່ອຕີລາຄາ, ສ້າງກອບກົດໝາຍກ່ຽວກັບການລົງທຶນ PPP ໃຫ້ສົມບູນແບບ, ຈາກນັ້ນອາດຈະພິຈາລະນາໃຫ້ກູ້ຍືມສຳລັບບັນດາໂຄງການນີ້ເພື່ອຊຸກຍູ້ການພັດທະນາບັນດາໂຄງການພື້ນຖານໂຄງລ່າງ.
(ແຫຼ່ງຄັດຈາກ VOV)