• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ເຮັດວຽກກັບຄະນະເລຂາ ອາຊຽນ

      ຕອນບ່າຍວັນທີ 21 ກໍລະກົດ, ທີ່ຄະນະເລຂາ ອາຊຽນ (Jakatar, ອິນໂດເນເຊຍ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ພົບປະ ແລະ ເຮັດວຽກກັບທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມີງ ແລະ ການນຳຄະນະເລຂາ ອາຊຽນ

ທ່ານ ເວືອງດີງເຫວ້ ພົບປະ ແລະ ເຮັດວຽກກັບທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມີງ (ພາບ: VGP)

      ແລກປ່ຽນກ່ຽວກັບສະພາບການກໍ່ສ້າງປະຊາຄົມ ອາຊຽນ, ພິເສດແມ່ນວິວັດການສ້າງປະຊາຄົມເສດຖະກິດ; ບັນດາຜົນງານທີ່ບັນລຸໄດ້ກໍ່ຄືສິ່ງທ້າທາຍ, ກາລະໂອກາດວາງອອກໃຫ້ ອາຊຽນ ພາຍຫລັງ 50 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຢືນຢັນວ່າ: ຫວຽດນາມ ຖື ອາຊຽນ ເປັນພື້ນຖານ ແລະ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດ, ມີຄວາມສະເໝີຕົ້ນສະເໝີປາຍໃນການຮ່ວມມືຢ່າງແໜ້ນແຟ້ນ ພ້ອມກັບບັນດາປະເທດຊຸກຍູ້ການເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງ, ຄວາມສາມັກຄີ, ເປັນເອກະພາບພາຍໃນກຸ່ມ, ສ້າງປະຊາຄົມ ອາຊຽນ ສຳເລັດຜົນບົນ 3 ເສົາຄ້ຳການເມືອງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ ແລະ ປັບປຸງບົດບາດເປັນໃຈກາງຂອງ ອາຊຽນ ຢູ່ພາກພື້ນ. ລັດຖະບານ ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍບັນດາມາດຕະການ ເພື່ອປະຕິບັດບັນດາເນື້ອໃນ, ກຳນົດທິດໃນວິໄສທັດ ອາຊຽນ 2025 ຢ່າງມີປະສິດທິຜົນ, ມຸ່ງໄປເຖິງ ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພັດທະນາຮອບດ້ານ, ຖືປະຊາຊົນເປັນໃຈກາງ.

 (ແຫຼ່ງຄັດຈາກ VOV)

 

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top