• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ພວຍພອນພະສົງສຳມະເນນ, ພຸດທະສາສະນິກກະຊົນຢູ່ ບັກນິງ

ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ດ້ວຍບົດບາດ, ອິດທິພົນຊື່ສຽງຂອງຕົນ ພະມະຫາອາຈານ ທິກແທັງຢຸງ ແລະ ພະອາຈານ ທິກດຶກທຽນ ຈະສືບຕໍ່ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.
  (ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ອວຍພອນຜູ້ມີຍົດສັກຕຳແໜ່ງ, ພະສົງສຳມະເນນ, ພຸດທະສາສະນິກກະຊົນ ຢູ່ວັດ ຮາມລອງ)  

ຕອນເຊົ້າວັນທີ 29 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ໄປຢ້ຽມຢາມ, ອວຍພອນຜູ້ມີຍົດສັກຕຳແໜ່ງ, ພະສົງສຳມະເນນ, ພຸດທະສາສະນິກກະຊົນ ເນື່ອງໃນໂອກາດວັນບຸນວິສາຂະບູຊາ, ພສ 2567 (ປີ 2023), ຢູ່ວັດ ຮາມລອງ (ບ້ານ ນາມເຊີນ, ນະຄອນ ບັກນິງ) ແລະ ວັດ ເຟີດຕິກ (ເມືອງ ຕຽນຢູ, ແຂວງ ບັກນິງ).

        ທີ່ບັນດາສະຖານທີ່ມາຢ້ຽມຢາມ, ທ່ານຮອງນາຍົກລັດມົນຕີ ເຈິ່ນລຶວກວາງ ໄດ້ອວຍພອນໃຫ້ພະມະຫາອາຈານ ທິກແທັງຢຸງ, ເຈົ້າອາວາດວັດ ຮາມລອງ ແລະ ພະອາຈານ ທິກດຶກທຽນ, ເຈົ້າອາວາດວັດ ເຟີດຕິກ ພ້ອມດ້ວຍບັນດາຜູ້ມີຍົດສັກຕຳແໜ່ງ, ພະສົງສຳມະເນນ, ພຸດທະສາສະນິກກະຊົນໃນແຂວງ ຈົ່ງມີສຸດຂະພາບເຂັ້ມແຂງ, ຢູ່ເຢັນເປັນສຸກ, ບັນລຸຜົນງານຫຼາຍຢ່າງໃນວຽກງານສາສະໜາ, ຕ້ອນຮັບວັນບູນວິສາຂະບູຊາດ້ວຍຄວາມສະຫງົບສຸກ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ດ້ວຍບົດບາດ, ອິດທິພົນຊື່ສຽງຂອງຕົນ ພະມະຫາອາຈານ ທິກແທັງຢຸງ ແລະ ພະອາຈານ ທິກດຶກທຽນ ຈະສືບຕໍ່ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ລະດົມພະສົງສຳມະເນນ, ພຸດທະສາສະນິກກະຊົນປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງແຂວງ ແລະ ການພັດທະນາຂອງສະມາຄົມພຸດທະສາສະໜາ ຫວຽດນາມ.

 

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top