• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ເຂົ້າຢ້ຽມຂ່ຳນັບນາຍົກລັດຖະມົນຕີ ສີລັງກາ

ທີ່ການພົບປະ, 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຊັ້ນຂອງພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ. ການນຳ 2 ປະເທດໄດ້ເຫັນດີຈັດຕັ້ງກອງປະຊຸມຄະນະກຳມະການປະສົມຄັ້ງທີ 4 ລະຫວ່າງລັດຖະບານ 2 ປະເທດ

ທ່ານນາຍົກລັດຖະມົນຕີ ສີລັງກາ Ranil Wickremesinghe ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ

ວັນທີ 27 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ສີລັງກາ Ranil Wickremesinghe, ເນື່ອງໃນໂອກາດມາ ຫວຽດນາມ ເພື່ອເປັນປະທານຮ່ວມກອງປະຊຸມກ່ຽວກັບມະຫາສະໝຸດ ອິນເດຍ (IOC) ເຊິ່ງໄດ້ຈັດຕັ້ງໃນລະຫວ່າງວັນທີ 27 -28 ສິງຫາ. ທີ່ການພົບປະ, 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຊັ້ນຂອງພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ. ການນຳ 2 ປະເທດໄດ້ເຫັນດີຈັດຕັ້ງກອງປະຊຸມຄະນະກຳມະການປະສົມຄັ້ງທີ 4 ລະຫວ່າງລັດຖະບານ 2 ປະເທດໃນປີ 2019 ແລະ ລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືການປະມົງໄລຍະ 3 ປີຈະມາເຖິງ, ສະຫງວນບຸລິມະສິດ ແລະ ສ້າງເງື່ອນໄຂສະດວກເພື່ອເປີດກ້ວາງການຮ່ວມມືໃນບັນດາຂົງເຂດມີຄວາມສາມາດບົ່ມຊ້ອນຄື ການສຶກສາ - ບຳລຸງສ້າງ, ໂທລະຄົມມະນາຄົມ, ຂໍ້ມູນຂ່າວສານ ແລະ ດີຈີຕອນ…

        ທ່ານນາຍົກລັດຖະມົນຕີ Ranil Wickremesinghe ຢັ້ງຢືນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ໃນບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນຢູ່ສະຫະປະຊາຊາດ ແລະ ຂະບວນການບໍ່ຮ່ວມກຸ່ມ.

        ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ກັບ ສີລັງກາ; ສະເໜີໃຫ້ ສີລັງກາ ມີທັດສະນະຕັ້ງໜ້າກ່ວາໃນບັນຫາທະເລຕາເວັນອອກ, ລະອຽດແມ່ນສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ອາຊຽນ, ພິເສດແມ່ນບັນດາເນື້ອໃນມີລັກສະນະຫຼັກການຄື: ຄວາມເສລີໃນການເດີນເຮືອ ແລະ ການບິນ, ເຄົາລົບກົດໝາຍສາກົນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ.

(ແຫຼ່ງຄັດຈາກ VOV)


ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top