• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອ​າ​ຊຽນ + 3 ຮ່ວມມ​ື​ກັນ​ຜັນ​ຂະ​ຫຍາຍ​ການ​ອຸ​ປະ​ຖຳ​ໃຫ້​ແກ່​ວິ​ນາດ​ສະ​ກຳ​ໃນ​ອະ​ນາ​ຄົດ

ບັນດາເຈົ້າໜ້າທີ່ດ້ານການເງິນຂັ້ນສູງຂອງບັນດາປະເທດ ອາຊຽນ + 3 ບັນລຸໄດ້ຂໍ້ຕົກລົງດັ່ງກ່າວໃນກອງປະຊຸມທີ່ໄດ້ດຳເນີນໃນລະຫວ່າງວັນທີ 6 - 7 ທັນວາຢູ່ Kanazawa, ແຂວງ Ishikawa ພາກກາງຍີ່ປຸ່ນ.
ພາບປະກອບ: REUTERS
ບັນດາປະເທດ ອາຊຽນ + 3 (ອາຊຽນ ພ້ອມກັບ ຍີ່ປຸ່ນ, ຈີນ ແລະ ສ.ເກົາຫຼີ) ໄດ້ເຫັນດີຜັນຂະຫຍາຍໂຄງການອຸປະຖຳໂດຍດ່ວນ ເພື່ອຮັບມືກັບບັນດາໂລກລະບາດ ແລະ ໄພທຳມະຊາດ ໃນອະນາຄົດ. ນີ້ແມ່ນຄວາມມານະພະຍາຍາມຫຼ້າສຸດຂອງ ອາຊຽນ ແລະ ຄູ່ຮ່ວມມື 3 ປະເທດ ເພື່ອແນໃສ່ຮັບປະກັນຄວາມສະຖຽນລະພາບດ້ານການເງິນໃນພາກພື້ນ. ບັນດາເຈົ້າໜ້າທີ່ດ້ານການເງິນຂັ້ນສູງຂອງບັນດາປະເທດ ອາຊຽນ + 3 ບັນລຸໄດ້ຂໍ້ຕົກລົງດັ່ງກ່າວໃນກອງປະຊຸມທີ່ໄດ້ດຳເນີນໃນລະຫວ່າງວັນທີ 6 - 7 ທັນວາຢູ່ Kanazawa, ແຂວງ Ishikawa ພາກກາງຍີ່ປຸ່ນ. ຕາມນັ້ນແລ້ວ, ກົນໄກໃໝ່ທີ່ມີຊື່ວ່າ “Rapid Financing Facility” - RFF ຈະນອນໃນຂອບເຂດຂໍ້ຕົກລົງ ຫັນຂໍ້ລິເລີ່ມຊຽງໃໝ່ ເປັນຫຼາຍຝ່າຍ (CMIM).

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top