• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອ​າມ​ລິ​ກາ ປະ​ກາດ​ການ​ປະ​ທະ​ກັນອາດ​ຈະ​ສິ້ນ​ສຸດ​ລົງ​ຖ້າ​ອີ​ຣານ ຍອມ​ຮັບ​ຂໍ້​ຕົກ​ລົງ

ບັ້ນ​ການ​ທະ​ຫານ​ທີ່​ມີ​ຊື່​ວ່າ operation epic fury ຈະ​ສິ້ນ​ສຸດ​ລົງ​ຖ້າ​ອີ​ຣານ​ປະ​ຕິ​ບັດ​ຖືກ​ຕ້ອງ​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ທີ່​ບັນ​ລຸ​ໄດ້​ກັບ ອາ​ເມ​ລິ​ກາ.
  ທ່ານ​ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ (ພາບ: REUTERS)  
ວັນ​ທີ6 ພຶດ​ສະ​ພາ, ທ່ານ​ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໄດ້​ປະ​ກາດ​ວ່າ​ການ​ປະ​ທະ​ກັນ​ລະ​ຫວ່າງ ອາ​ເມ​ລິ​ກາ ອິດ​ສະ​ລາ​ແອັນ ແລະ ອີ​ຣານ ອາດ​ສາ​ມາດ​ສິ້ນ​ສຸດໃນ​ໄວໆ​ນີ້​ຖ້າ​ເຕ​ເຮ​ຣານ ຍອມ​ຮັບ​ບັນ​ດາ​ເງື່ອນ​ໄຂ​ເຊິ່ງ ວໍ​ຊິງ​ຕັນ​ຍົກ​ອອກ​ມາ, ໃນ​ສະ​ພາບ​ການ​ບັນ​ດາ​ແຫຼ່ງ​ຂ່າວ​ໃຫ້​ຮູ້​ວ່າ ສອງ​ຝ່າຍ​ພວມ​ຫຍັບ​ໃກ້​ເຂົ້າ​ກັບ​ຂໍ້​ຕົກ​ລົງ​ເບື້ອງ​ຕົນ​ເພື່ອ​ແນ​ໃສ່​ຢຸດ​ຕິ​ການ​ປະ​ທະ​ກັນ. ໃນ​ບົດ​ຂ່າວ​ທີ່​ໄດ້​ເອົາ​ລົງ​ໃນ​ສື່​ສັງ​ຄົມ​ອອນ​ໄລ Truth Social ໃນ​ວັນ​ທີ 6 ພຶດ​ສະ​ພາ, ທ່ານ Donald Trump ໃຫ້​ຮູ້​ວ່າ ບັ້ນ​ການ​ທະ​ຫານ​ທີ່​ມີ​ຊື່​ວ່າ operation epic fury ຈະ​ສິ້ນ​ສຸດ​ລົງ​ຖ້າ​ອີ​ຣານ​ປະ​ຕິ​ບັດ​ຖືກ​ຕ້ອງ​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ທີ່​ບັນ​ລຸ​ໄດ້​ກັບ ອາ​ເມ​ລິ​ກາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ Trump ກໍ່​ກ່າວ​ເຕືອນ​ວ່າ ຖ້າ​ເຕ​ເຮ​ຣານ ປະ​ຕິ​ເສດ​ຂໍ້​ຕົກ​ລົງ, ບັນ​ດາ​ການ​ບຸກ​ໂຈມ​ຕີ​ດ້ານ​ການ​ທະ​ຫານ​ຈະ​​ດຳ​ເນີນ​ຄືນ​ໃໝ່​ດ້ວຍ​ລະ​ດັບ​ທີ່​ຮ້າຍ​ແຮງກວ່າ​ເກົ່າ.

(ແຫຼ່ງຄັດຈາກ VOV)

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ຕອນ​ບ່າຍ​ວັນ​ທີ 28 ພຶ​ດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ອຸ​ປະ​ຖຳ​ຈາກ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ, ສະ​ຫະ​ສະ​ມາ​ຄົມ​ຊ​ອັບ​ແວ ແລະ ການ​ບໍ​ລິ​ການ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ (VINASA) ໄດ້​ຈັດ​ພິ​ທີ​ເຊີດ​ຊູ ແລະ ມອບ​ລາງວັນ ຊາວ​ເຄວ ປີ 2026.

Top