• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີຢູ ໂຮມປະຊຸມກຸ່ມກ່ຽວກັບປະຕິກິລິຍາສົມທົບກັນສຳລັບສະພາບການ ໂຄວິດ -19 ຂອງ ຈີນ

ອາທິດກ່ອນ, ສູນປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມໂລກລະບາດ ເອີລົບ ໃຫ້ຮູ້ວ່າ ເຂົາເຈົ້າບໍ່ສະເໜີບັນດາມາດຕະການສະກັດກັ້ນສຳລັບແຂກທ່ອງທ່ຽວມາຈາກ ຈີນ. ອົງການນີ້ໃຫ້ຂໍ້ສັງເກດວ່າ, ບັນດາສາຍພັນໃໝ່ຢູ່ ຈີນ
ຫ້ອງກວດພະຍາດໃນໂຮງໝໍແຫ່ງໜຶ່ງຂອງ ຈີນ (ພາບ:Xinhua/Yang Qing)

ຕາມແຈ້ງການຂອງ ຊູແອັດ, ເຊິ່ງເປັນປະທານໝູນວຽນຂອງສະພາສະຫະພາບເອີລົບ (ອີຢູ), ໄດ້ຍົກອອກມາໃນວັນທີ 2 ມັງກອນ, ບັນດາເຈົ້າໜ້າທີ່ການແພດຂອງ ສະຫະພາບເອີລົບ (ອີຢູ) ຈະຈັດການເຈລະຈາໃນວັນທີ 4 ມັງກອນ ກ່ຽວກັບປະຕິກິລິຍາສົມທົບກັນສຳລັບການເພີ່ມທະວີບັນດາກໍລະນີຕິດໂຄວິດ - 19 ຢູ່ຈີນ.

ອາທິດກ່ອນ, ສູນປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມໂລກລະບາດ ເອີລົບ ໃຫ້ຮູ້ວ່າ ເຂົາເຈົ້າບໍ່ສະເໜີບັນດາມາດຕະການສະກັດກັ້ນສຳລັບແຂກທ່ອງທ່ຽວມາຈາກ ຈີນ. ອົງການນີ້ໃຫ້ຂໍ້ສັງເກດວ່າ, ບັນດາສາຍພັນໃໝ່ຢູ່ ຈີນ ອາດຈະມີຢູ່ ສະຫະພາບເອີລົບ ແລ້ວ ແລະ ປະຊາຊົນ ອີຢູ ໄດ້ສັກຢາກັນພະຍາດດ້ວຍອັດຕາສູງ.

ໃນຂະນະນັ້ນ, ມີ 17 ປະເທດ ອາຣັບ ໄດ້ຈັດວາງບັນດາເງື່ອນໄຂສຳລັບແຂກທ່ອງທ່ຽວຈາກ ຈີນ, ພາຍຫຼັງທີ່ ຈີນ ຕັດສິນໃຈເປີດປະຕູສຳລັບແຂກທ່ອງທ່ຽວໄປຕ່າງປະເທດໃນສະພາບການບັນດາກໍລະນີຕິດໂຄວິດ - 19 ຢູ່ປະເທດນີ້ຍັງສູງຢູ່.

ຢູ່ ອາເມລິກາ ໃຕ້, ວັນທີ 2 ມັງກອນ, ກະຊວງສາທາລະນະສຸກ ຈີເລ ໄດ້ຮຽກຮ້ອງແຂກທ່ອງທ່ຽວມາຈາກ ຈີນ ທຸກໆຄົນ ທີ່ໄປຍັງປະເທດນີ້ຕ້ອງແຈ້ງໃບກວດ PCR ທີ່ມີຜົນລົບ. ຂໍ້ກຳນົດດັ່ງກ່າວມີຜົນສັກສິດຮອດເດືອນ ມີນາ 2023.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສະຫະພັນລັດເຊຍ, ຕອນເຊົ້າວັນທີ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ມົດສະກູ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ-ລັດເຊຍ ດ້ວຍຫົວຂໍ້ “ການເຊື່ອມຕໍ່ເຕັກໂນໂລຊີຍຸດທະສາດ”.

Top