• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີຊີ ຮັບຮູ້ ຄວາມມານະພະຍາຍາມຢ່າງຕັ້ງໜ້າຂອງ ຫວຽດນາມ ໃນການແກ້ໄຂບັດເຫຼືອງ IUU

ທີ່ການເຮັດວຽກກັບຝ່າຍ ຫວຽດນາມ ທ້າຍເດືອນ ຕຸລາ 2022, ຄະນະກວດກາຂອງຄະນະກຳມະການເອີລົບ (ອີຊີ) ໄດ້ຮັບຮູ້ຄວາມມານະພະຍາຍາມຂອງ ຫວຽດນາມ, ກໍ່ຄືຈິດໃຈສືບຕໍ່ປົວແປງ ແລະ ການເປີດອົກເປີດໃຈຂອງ ຫວຽດນາມ ຕໍ່ກັບຂໍ້ສະເໜີແນະຂອງ ອີຊີ.
ທີ່ກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 03 ກຸມພາ, ຢູ່ນະຄອນ ດ່ານັ້ງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຈັດກອງປະຊຸມ “ເຜີຍແຜ່ບັນດາໝາກຜົນການເຮັດວຽກກັບຄະນະກວດກາຂອງຄະນະກຳມະການ ເອີລົບ ແລະ ແຜນການຜັນຂະຫຍາຍບັນດາໜ້າທີ່ຈຸດສຸມຕ້ານການຫາປາຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).

ທີ່ກອງປະຊຸມ, ກົມໃຫຍ່ສິນໃນນ້ຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ, ທີ່ການເຮັດວຽກກັບຝ່າຍ ຫວຽດນາມ ທ້າຍເດືອນ ຕຸລາ 2022, ຄະນະກວດກາຂອງຄະນະກຳມະການເອີລົບ (ອີຊີ) ໄດ້ຮັບຮູ້ຄວາມມານະພະຍາຍາມຂອງ ຫວຽດນາມ, ກໍ່ຄືຈິດໃຈສືບຕໍ່ປົວແປງ ແລະ ການເປີດອົກເປີດໃຈຂອງ ຫວຽດນາມ ຕໍ່ກັບຂໍ້ສະເໜີແນະຂອງ ອີຊີ. ປະຈຸບັນ, ກອບນິຕິກຳຂອງ ຫວຽດນາມ ໄດ້ສ້າງສົມບູນແບບແລ້ວ, ສອດຄ່ອງກັບບັນດາມາດຕະຖານສາກົນ. ອີຊີ ກໍ່ຕີລາຄາສູງການສົມທົບກັນເປັນຢ່າງດີລະຫວ່າງອົງການທີ່ມີໜ້າທີ່ເຂົ້າຮ່ວມການຕ້ານການຂຸດຄົ້ນ IUU.

ກ່ຽວກັບໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ, ກົມໃຫຍ່ສິນໃນນ້ຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ສະເໜີໃຫ້ບັນດາທ້ອງຖິ່ນຄວບຄຸມກອງກ່ຳປັ່ນໃຫ້ເປັນຢ່າງດີ; ກວດສອບແຫຼ່ງກຳເນີດສິນໃນນ້ຳໃຫ້ຖືກຕາມຂໍ້ກຳນົດ…

(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top