• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນໂດເນເຊຍ ເຊີ້ອເຊີນການນຳໂລກ ແລະ ບັນດາອົງການສາກົນ 27 ທ່ານເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43

ຈາກາຕາ ກໍ່ປາດຖະໜາວ່າ: ຜູ້ອຳນວຍການບໍລິຫານງານກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ຈະເຂົ້າຮ່ວມກອງປະຊຸມ, ຊຶ່ງແນໃສ່ປຶກສາຫາລືກ່ຽວກັບການເພີ່ມທະວີກຳລັງຄວາມສາມາດ.
ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ຢູ່ Labuan Bajo ໃນເດືອນ ພຶດສະພາ 2023

ວັນທີ 11 ສິງຫາ, ອິນໂດເນເຊຍ, ປະເທດປະທານ ອາຊຽນ 2023, ປະກາດວ່າ ປະເທດນີ້ໄດ້ເຊື້ອເຊີນການນຳໂລກ ແລະ ບັນດາອົງການສາກົນ 27 ທ່ານມາເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ຈະຈັດຂຶ້ນຢູ່ຈາກາຕາ, ປະເທດ ອິນໂດເນເຊຍ, ແຕ່ວັນທີ 5 – 7 ກັນຍາ, ໃນນັ້ນມີການນຳບັນດາປະເທດ, ຄື: ຈີນ, ຍີ່ປຸ່ນ, ສ ເກົາຫຼີ, ອາເມລິກາ. ຈາກາຕາ ກໍ່ປາດຖະໜາວ່າ: ຜູ້ອຳນວຍການບໍລິຫານງານກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ຈະເຂົ້າຮ່ວມກອງປະຊຸມ, ຊຶ່ງແນໃສ່ປຶກສາຫາລືກ່ຽວກັບການເພີ່ມທະວີກຳລັງຄວາມສາມາດ ແລະ ປະສິດທິຜົນລະບອບລະບຽບການຂອງ ອາຊຽນ ເພື່ອຊ່ວຍອົງການນີ້ຮັບມືກັບສິ່ງທ້າທາຍໃນ 20 ປີຈະມາເຖິງ.       

ໃນເວລາ 3 ວັນ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຈະເປັນປະທານກອງປະຊຸມ 12 ຄັ້ງ, ໃນນັ້ນ, ມີກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43, ກອງປະຊຸມຂັ້ນສູງລະຫວ່າງ ອາຊຽນ ກັບບັນດາຄູ່ເຈລະຈາ ອິນເດຍ, ການາດາ, ສປຊ ແລະ ບັນດາອົງການອື່ນໆ; ກອງປະຊຸມຂັ້ນສູງ ອາຊີຕາເວັນອອກ (EAS) ຄັ້ງທີ 18…

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top