ຂ່າວສານ
ອິດສະຣາແອັນ ສືບຕໍ່ສູ້ຮົບຢູ່ 4 ສະໜາມຮົບ, ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບ ຢ່າງໜັກໜ່ວງຢູ່ ເຂດ ກາຊາ ແລະ ເຢແມນ
ຕາມແຈ້ງການຂອງອົງການສາທາລະນະສຸກ ກາຊາ ໃຫ້ຮູ້ວ່າ ວັນທີ 29 ສິງຫາ, ກອງທັບ ອິດສະຣາແອັນ ສືບຕໍ່ດຳເນີນຫຼາຍບັ້ນບຸກໂຈມຕີທັງທາງອາກາດ ແລະ ທາງບົກເຂົ້າຫຼາຍບໍລິເວນທີ່ແຕກຕ່າງກັນຢູ່ເຂດກາຊາ, ຈຸດສຸມແມ່ນນະຄອນ ກາຊາ. ໄລ່ຮອດຕອນຄ່ຳວັນທີ 29 ສິງຫາ ທົ່ວເຂດກາຊາ ມີ 48 ຄົນເສຍຊີວິດ ແລະ ປະມານ 150 ຄົນຖືກບາດເຈັບ.
ກໍໃນວັນດຽວກັນ, ກອງທັບ ອິດສະຣາແອັນ ໄດ້ເປີດບັ້ນບຸກໂຈມຕີເຂົ້າສະໜາມຮົບ ລີບັງ, ເລັ່ງໃສ່ເປົ້າໝາຍແມ່ນສະມາຊິກຂັ້ນສູງຂອງຂະບວນການ ເຮັກໂບລາ.
ພິເສດ, ສຳລັບສະໜາມຮົບ ເຢແມນ, ກອງທັບ ອິດສະຣາແອັນ ໄດ້ບຸກໂຈມຕີທາງອາກາດເຮັດໃຫ້ມີເຈົ້າໜ້າທີ່ຂັ້ນສູງຫຼາຍຄົນຂອງກຳລັງ ຮູທີ ຢູ່ນະຄອນ Sanaa ໃນວັນທີ 28 ສິງຫາ ເສຍຊີວິດ ແລະ ຮັບບາດເຈັບ.