ໃນແຈ້ງການສະບັບອອກວັນທີ 22 ເມສາ, ອຳນາດການປົກຄອງກອງທັບ ມຽນມາ ໃຫ້ຮູ້ວ່າ ຄຳສັ່ງຢຸດຍິງທີ່ໄດ້ໝົດຜົນສັກສິດໃນຄ່ຳຄືນຂອງວັນດຽວກັນ ຈະໄດ້ຕໍ່ກຳນົດເວລາຈົນຮອດວັນທີ 30 ເມສາ ເພື່ອສ້າງເງື່ອນໄຂໃຫ້ແກ່ການສືບຕໍ່ສ້າງສາ ແລະ ຟື້ນຟູປະເທດຄືນໃໝ່ ພາຍຫຼັງໄພພິບັດແຜ່ນດິນໄຫວທີ່ເຮັດໃຫ້ເກີດຄວາມເສຍຫາຍທັງຊີວິດອິນຊີ ແລະ ວັດຖຸເປັນຈຳນວນຫຼວງຫຼາຍໃນທ້າຍເດືອນກ່ອນ.
ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາພາຍຫຼັງທີ່ບາງອົງການຈັດຕັ້ງຂອງປະເທດນີ້ ຮຽກຮ້ອງໃຫ້ອຳນາດການປົກຄອງກອງທັບ ແກ່ຍາວເວລາຢຸດຍິງຊົ່ວຄາວ ເພື່ອໜູນຊ່ວຍວຽກງານກູ້ໄພກູ້ຊີບ ດຳເນີນເປັນອາທິດທີ 4.
ພາຍຫຼັງເຫດແຜ່ນດິນໄຫວເກີດຂຶ້ນໃນວັນທີ 28 ມີນາ, ຮອດວັນທີ 02 ເມສາ, ອຳນາດການປົກຄອງກອງທັບ ມຽນມາ ໄດ້ປະກາດຄຳສັ່ງຢຸດຍິງຊົ່ວຄາວເພື່ອໜູນຊ່ວຍການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳສາກົນພາຍຫຼັງເຫດແຜ່ນດິນໄຫວທີ່ເຮັດໃຫ້ມີຜູ້ເສຍຊີວິດກວ່າ 3.700 ຄົນ ແລະ ມ້າງເພທຳລາຍພື້ນຖານໂຄງລ່າງຫຼາຍລະບົບ.