• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ ໂຈະ​ການ​ມອບ​ໂອນອາ​ວຸດໂດຍ​ຊົ່ວ​ຄາວ​ໃຫ້​ແກ່ ຢູ​ແກຼນ

ຂໍ້ຕົກລົງນີ້ໄດ້ຍົກອອກມາເພື່ອແນໃສ່ຮັບປະກັນຜົນປະໂຫຍດໃນຕໍ່ໜ້າໃຫ້ແກ່ປະເທດ ອາເມລິກາ, ພາຍຫຼັງທີ່ກະຊວງປ້ອງກັນປະເທດດຳເນີນການສຳຫຼວດກວດຄືນຢ່າງຮອບດ້ານການໜູນຊ່ວຍດ້ານການທະຫານ ແລະ ການຊ່ວຍເຫຼືອດ້ານປ້ອງກັນຊາດໃຫ້ແກ່ບັນດາປະເທດໃນທົ່ວໂລກ.
ທຳນຽບ 5 ແຈ (ພາບເອກະສານ: THX/TTXVN)

ສື່ມວນຊົນຝ່າຍຕາເວັນຕົກໄດ້ໃຫ້ຂ່າວວ່າ ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ໄດ້ໂຈະຊົ່ວຄາວການມອບໂອນອາວຸດທີ່ສຳຄັນໃຫ້ແກ່ ຢູແກຼນ, ເຊິ່ງໄດ້ໃຫ້ຄຳໝັ້ນສັນຍາໃນສະໄໝອຳນາດການປົກຄອງທ່ານອະດີດປະທານາທິບໍດີ Joe Biden, ຍ້ອນມີຄວາມວິຕົກກັງວົນກ່ຽວກັບລະບົບການສະສົມດ້ານປ້ອງກັນຊາດຢູ່ພາຍໃນປະເທດ.

ທ່ານນາງ Anna Kelly ຮອງເລຂາການຂ່າວຂອງທຳນຽບຂາວ ໃຫ້ຮູ້ວ່າ ຂໍ້ຕົກລົງນີ້ໄດ້ຍົກອອກມາເພື່ອແນໃສ່ຮັບປະກັນຜົນປະໂຫຍດໃນຕໍ່ໜ້າໃຫ້ແກ່ປະເທດ ອາເມລິກາ, ພາຍຫຼັງທີ່ກະຊວງປ້ອງກັນປະເທດດຳເນີນການສຳຫຼວດກວດຄືນຢ່າງຮອບດ້ານການໜູນຊ່ວຍດ້ານການທະຫານ ແລະ ການຊ່ວຍເຫຼືອດ້ານປ້ອງກັນຊາດໃຫ້ແກ່ບັນດາປະເທດໃນທົ່ວໂລກ.

ໃນຂໍ້ຄວາມສົ່ງທາງ ອີແມວ, ທຳນຽບ 5 ແຈ ໃຫ້ຮູ້ວ່າ ພວມຍື່ນສະເໜີຕໍ່ທ່ານປະທານາທິບໍດີ Donald Trump ບັນດາແບບວິທີເພື່ອສືບຕໍ່ຊ່ວຍເຫຼືອດ້ານການທະຫານໃຫ້ແກ່ ຢູແກຼນ, ທີ່ເໝາະສົມກັບເປົ້າໝາຍຢຸດຕິການປະທະກັນຢູ່ ຢູແກຼນ. ປັດຈຸບັນ, ອາເມລິກາ ຍັງບໍ່ທັນປະກາດນະໂຍບາຍຊ່ວຍເຫຼືອດ້ານການທະຫານໃໝ່ໃດໆ.

(ແຫຼ່ງຄັດຈາກ VOV)

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ທີ່ບັນດາການພົບປະເຈລະຈາ, ສົນທະນາ, ການນຳ ຫວຽດນາມ ໄດ້ຕີລາຄາສູງເລື່ອງເປັນຄັ້ງທຳອິດທີ່ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ

Top