• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ ສະເໜີ​ຈັດ​ວາງ​ອັດ​ຕາ​ພາ​ສີ​ໃໝ່​ສໍ​າ​ລັບ​ 60 ພື້ນ​ຖານ​ເສດ​ຖະ​ກິດ

ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ທ່ານ Donald Trump ຫາ​ກໍ່​ສະ​ເໜີ​ຈັດ​ວາງ​ອັດ​ຕາ​ພາ​ສີ​ເພີ່ມ​ເຕີມ​ຂຶ້ນ​ເຖິງ 12,5% ສຳ​ລັບ​ສິນ​ຄ້າ​ນຳ​ເຂົ້າ​ຈາກ 60 ປະ​ເທດ ແລະ ເຂດ​ແຄວ້ນ ພາຍຫຼັງ​ສະ​ຫຼຸບ​ບັນ​ດາ​ຄູ່​ຮ່ວມ​ມື​ການ​ຄ້າ​ນີ້ ຍັງ​ບໍ່​ທັນ​ມີ​ມາ​ດ​ຕະ​ການ​ທີ່​ເຂັ້ມ​ແຂງ​ຢ່າງ​ພຽງ​ພໍ​ເພື່ອ​ສະ​ກັດ​ກັ້ນການ​ນຳ​ໃຊ້​ແຮງ​ງານແບບ​ບັງ​ຄັບ​ໃນ​ລະ​ບົບ​ສະ​ໜອງ.
  ກ່ຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ລຳ​ໜຶ່ງ​ຢູ່​ທ່າ​ກ່ຳ​ປັ່ນ Oakland, California, ອາ​ເມ​ລິ​ກາ (ພາບ: REUTERS/Carlos Barria)  

ຕາມ​ຂໍ້​ສະ​ເໜ​ີ​, ອາ​ເມ​ລິ​ກາ ຈະ​ຈັດ​ວາງ​ອັດ​ຕາ​ພາ​ສີ​ເພີ່ມ​ເຕີມ 10% ສຳ​ລັບ​ສິນ​ຄ້າ​ນຳ​ເຂົ້າ​ຈາກ 15 ປະ​ເທດ​ຄູ່​ຮ່ວມ​ມື​ການ​ຄ້າ, ລວມ​ມີ: ກາ​ນາ​ດາ, ສະ​ຫະ​ພາບ​ເອີ​ຣົບ (ອີ​ຢູ), ອັງ​ກິດ, ເມັກ​ຊີ​ໂກ, ອິນ​ໂດ​ເນ​ເຊຍ, ປາ​ກິດ​ສະ​ຖານ, ບັງ​ກະ​ລາ​ເທດ… ນີ້​ແມ່ນ​ກຸ່ມ​ບັນ​ດາ​ຄູ່​ຮ່ວມ​ມື ທີ່​ມີ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ຫຼື ໂຄງ​ການ​ເຄື່ອນ​ໄຫວ ແນ​ໃສ່​ແກ​້​ໄຂ​ບັນ​ຫາ​ນຳ​ໃຊ້​ແຮງ​ງານ​ແບບ​ບັງ​ຄັບ, ແຕ່​ຜົນ​ການ​ປ​ະ​ຕິ​ບັດ​ຍ​ັງ​ບໍ່​ທັນ​ຕອບ​ສະ​ໜອງ​ໄດ້​ຕາມ​ແງ່​ຫວັງ​ຂອງ ວໍ​ຊິງ​ຕັນ. ໃນ​ຂະ​ນະ​ນັ້ນ, 45 ປະ​ເທດທີ່​ຍັງ​ເຫຼືອ ຈະ​ປະ​ເຊີນ​ໜ້າ​ກັບ​ອັດ​ຕາ​ພາ​ສີ​ສູງກວ່າ, ຂຶ້ນ​ເຖິງ 12,5% ໃນ​ນັ້ນ, ມີຫຼາ​ຍ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່, ຄື: ອິນ​ເດຍ, ຈີນ ແລະ ສ.ເກົາຫຼີ.

​ໃນ​ທັນ​ທີ, ຫຼາຍ​ຄູ່​ຮ່ວມ​ມື​ກໍ່​ສະ​ແດງ​ປະ​ຕິ​ກິ​ລິ​ຍາ​ຕໍ່​ຂໍ້​ສະ​ເໜີ​ຂອງ ອາ​ເມ​ລິ​ກາ. ຄະ​ນະ​ກຳ​ມະ​ການ​ ເອີ​ຣົບ ຖື​ວ່າ ບັນ​ດາ​ລະ​ດັບ​ອັດ​ຕາ​ພາ​ສີ​ໃໝ່​ແມ່ນ​ບໍ່​ເໝາະ​ສົມ ແລະ ບໍ່​ສອ​ດ​ຄ່ອງ​ກັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ດ້ານ​ການ​ຄ້າ​ສອງ​ຝ່າຍ ທີ່​ບັນ​ລຸ​ໄດ້​ກັບ ວໍ​ຊິງ​ຕັນ. ຈີນ ກໍ​ຄັດ​ຄ້ານ​ບັນ​ດາ​ມາດ​ຕະ​ການ​ພາ​ສີ​ຕາມ​ລຳ​ພັງ​ຝ່າຍ​ດຽວ​ເຫຼົ່າ​ນີ້, ພ້ອມ​ທັງ​ປະ​ຕິ​ເສດ​ຄຳ​ກ່າວ​ຫາ​ກ່ຽວ​ກັບ​ການ​ນຳ​ໃຊ້​ແຮງ​ງານ​ແບບ​ບັງ​ຄັບ​ຢູ່​ປະ​ເທດ​ນີ້. ໃນ​ຂະນະ​ນັ້ນ, ກາ​ນາ​ດາ, ອັງ​ກິດ ແລະ ໄຕ້​ຫວັນ (ຈີນ) ໃຫ້​ຮູ້​ວ່າ ຈະ​ສືບ​ຕໍ່​ເຮັດ​ວຽກ​ກັບ ວໍ​ຊິງ​ຕັນ ເພື່ອ​ປົກ​ປ້ອ​ງ​ບັນ​ດາ​ຂໍ້​ຕົກ​ລົງ​ການ​ຄ້າ​ທີ່​ພວມ​ມີ.

(ແຫຼ່ງຄັດຈາກ VOV)

ອິດ​ສະ​ຣາ​ແອັນ ຂຶ້ນ​ແຜນ​ການ​ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ

ອິດ​ສະ​ຣາ​ແອັນ ຂຶ້ນ​ແຜນ​ການ​ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ

ຕາມ​ຖະ​ແຫຼງ​ການ​ຂອງ​ທ່ານ Bezalel Smotrich ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ອິດ​ສະ​ຣາ​ແອັນ ໃນ​ວັນ​ທີ 03 ມິ​ຖຸ​ນາ, ບັນ​ດາ​ເຮືອ​ນຫຼັງ​ໃໝ່​ຈະ​ປັບ​ປຸງ​ສິ​ດ​ຄວບ​ຄຸມ​ຂອງ ອິດ​ສະ​ຣາ​ແອັນ ສຳ​ລັບ​ເຂດ​ດິນ​ແດນ​ນີ້, ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ​ຂອງ ອິ​ດ​ສະ​ຣາ​ແອັນ ແນ​ໃສ່​ສະ​ກັດ​ກັ້ນ​ການ​ສ້າງ​ຕັ້ງ​ລັດ​ກໍ່​ການ​ຮ້າຍ​ຢູ່​ໃຈກາງ​ປະ​ເທດ​ນີ້.

Top