ຂ່າວສານ
ອາເມລິກາ ນຳໃຊ້ສິດສຸກເສີນເພື່ອຂາຍລຸກລະເບີດໃຫ້ແກ່ ອິດສະຣາແອັນ ລວມມູນຄ່າ 650 ລ້ານ USD
ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 7 ມີນາ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ທ່ານລັດຖະມົນຕີການຕ່າງປະເທດ Marco Rubio ໄດ້ຢັ້ງຢືນ ມີ “ກໍລະນີສຸກເສີນ” ຮຽກຮ້ອງຕ້ອງດຳເນີນການຂາຍອາວຸດໃຫ້ແກ່ ອິດສະຣາແອັນ, ຜ່ານນັ້ນ ຍົກເວັ້ນບັນດາຄຳຮຽກຮ້ອງປົກກະຕິກ່ຽວກັບເລື່ອງສະພາແຫ່ງຊາດພິຈາລະນາທຸລະກຳ. ທຸລະກຳດັ່ງກ່າວໄດ້ຮັບການປະຕິບັດພາຍຫຼັງ ອາເມລິກາ ແລະ ອິດສະຣາແອັນ ເລີ່ມຕົ້ນບັ້ນຮົບບຸກໂຈມຕີທາງອາກາດລວມ ເລັ່ງໃສ່ ອີຣານ, ເຊິ່ງເປັນບັ້ນຮົບການທະຫານໃຫຍ່ສຸດຂອງ ວໍຊິງຕັນ ນັບແຕ່ສົງຕາມ ອີຣານ ເມື່ອປີ 2003.
ກະຊວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ ທຸລະກຳດັ່ງກ່າວ “ຈະປະກອບສ່ວນຊຸກຍູ້ນະໂຍບາຍພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດຂອງ ອາເມລິກາ”, ພ້ອມທັງໃຫ້ຮູ້ວ່າ ຜູ້ຮັບເໝົາຫຼັກຂອງສັນຍານີ້ແມ່ນ Repkon USA ມີສຳນັກງານຕັ້ງຢູ່ ລັດ Texas.








