ໃນຖະແຫຼງການຮ່ວມທີ່ໄດ້ເອົາລົງໃນເວັບໄຊທາງການຂອງ ຄະນະເລຂາທິການ ອາຊຽນ ໃນວັນທີ 31 ກໍລະກົດ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນຂອງກອງປະຊຸມພິເສດເພື່ອແນໃສ່ແກ້ໄຂສະພາບການລະຫວ່າງ ກຳປູເຈຍ ແລະ ໄທ ໂດຍທ່ານນາຍົກລັດຖະມົນຕີ ມາເລເຊຍ Dato’ Seri Anwar Ibrahim ຈັດຂຶ້ນໃນຖານະເປັນປະທານອາຊຽນ ເຊິ່ງໄດ້ດຳເນີນຢູ່ Putrajaya, ປະເທດມາເລເຊຍ ໃນວັນທີ 28 ກໍລະກົດຜ່ານມາ. ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ຮຽກຮ້ອງໃຫ້ໄທ ແລະ ກຳປູເຈຍແກ້ໄຍຄວາມເຄັ່ງຕຶງໂດຍສັນຕິວິທີຕາມກົດໝາຍສາກົນ ແລະ ສອດຄ່ອງກັບບັນດາຫຼັກການຂອງ ກົດບັດ ສປຊ, ກົດບັດ ອາຊຽນ, ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC), ກໍ່ຄືຈິດໃຈສາມັກຄີ, ເປັນຄອບຄົວ ແລະ ບ້ານໃກ້ເຮືອນຄຽງທີ່ດີໃນອາຊຽນ. ອາຊຽນປາດຖະໜາຄຳສັ່ງຢຸດຍິງກໍ່ຄືທຸກການຕັດສິນເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບໃນກອງປະຊຸມຈັດຂຶ້ນໃນວັນທີ 28 ກໍລະກົດ ຈະໄດ້ປະຕິບັດຢ່າງຄົບຖວ້ນ ແລະ ມີເຈດຕະນາດີ.