• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽ​ນ 2020: ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ​ໃນ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽ​ນ 2020

ວັນທີ 10 ກັນຍາ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM 53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ກ້າວເຂົ້າມື້ເຮັດວຽກທີ 2 ດ້ວຍຫຼາຍເນື້ອໃນສຳຄັນ.


ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຍີ່ປຸ່ນທີ່ໄດ້ດຳເນີນໃນວັນທີ 9 ກັນຍາ

(ພາບ: TTXVN)


ຕາມນັ້ນແລ້ວ, ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຈະເຂົ້າຮ່ວມ ແລະ ປຶກສາຫາລື ຢູ່: ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ອາເມລິກາ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ການາດາ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ອົດສະຕາລີ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ນິວຊີແລນ, ການໂອ້ລົມສົນທະນາ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດອາຊຽນກັບບັນດາຜູ້ຕາງໜ້າຄະນະກຳມະການ ລະຫວ່າງ ລັດຖະບານ ບັນດາປະເທດອາຊຽນກ່ຽວກັບສິດທິມະນຸດ (AICHR), ການໂອ້ລົມສົນທະນາ ຂັ້ນລັດຖະມົນຕີອາຊຽນ ກ່ຽວກັບການເພີ່ມທະວີບົດບາດຂອງແມ່ຍິງຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງແບບຍືນຍົງ.

ການໂອ້ລົມສົນທະນາຂັ້ນລັດຖະມົນຕີ ອາຊຽນກ່ຽວກັບການເພີ່ມທະວີບົດບາດຂອງແມ່ຍິງຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງແບບຍືນຍົງໄດ້ສືບທອດຜົນສຳເລັດຂອງກອງປະຊຸມສຸດຍອດອາຊຽນພິເສດຄັ້ງທີ 36 ກ່ຽວກັບແມ່ຍິງ. ນີ້ແມ່ນຄວາມມານະພະຍາຍາມຂອງຫວຽດນາມ ໃນບົດບາດເປັນປະທານອາຊຽນ ແນໃສ່ຊຸກຍູ້ການຮ່ວມມືເພື່ອຍົກສູງບົດບາດຂອງແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ໃນອາຊຽນກັບບັນດາຄູ່່ຮ່ວມມື, ຜັນຂະຫຍາຍມະຕິຕົກລົງເລກທີ 1325 ວ່າດ້ວຍແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ຂອງ ສະພາຄວາມໝັ້ນຄົງ ສປຊ ຢ່າງແທດຈິງ ເນື່ອງໃນໂອກາດສະເຫຼີມຫຼອງ 20 ປີແຫ່ງວັນຮັບຮອງເອົາມະຕິຕົກລົງນີ້.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top