• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ ອອກ​ຖະ​ແຫຼງ​ການ​ຮຽກ​ຮ້ອງ​ຟື້ນ​ຟູ​ການ​ເດີນ​ທາງ​ໄປ​ມາ​ຢູ່​ຊອງ​ແຄບ​ທະ​ເລ Hormuz

ຖະ​ແຫຼງ​ການ​ຢັ້ງ​ຢືນ​ຄືນ​ໃໝ່​ລະ​ດັບ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ, ປົກ​ປ້ອງ​ສິດ​ເສ​ລີ​ໃນ​ການ​ເດີ​ນ​ເຮືອ ແລະ ການ​ບິນ​ຢູ່​ບັນ​ດາ​ຊ່ອງ​ແຄບ​ທະ​ເລ​ທີ່​ນຳ​ໃຊ້​ໃຫ້​ແກ່​ການ​ເດີນ​ເຮືອ​ສາ​ກົນ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ
  ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ວົງ​ແຄບ​ເດືອນ ກຸ່ມ​ພາ 2026 ຢູ່​ຟີ​ລິບ​ປິນ.  
ວັນ​ທີ 13 ເມ​ສາ, ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ໄດ້​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ບັນ​ດາ​ການ​ຜັນ​ແປ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ຕາມ​ນັ້ນ​ແລ້ວ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຂໍ້​ຕົກ​ລົງ​ຢຸດ​ຍິງ​ສອງ​ອາ​ທິດ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ ທີ່​ໄດ້​ປະ​ກາດ​ໃນ​ວັນ​ທີ 8 ເມ​ສາ ປີ 2026. ຖະ​ແຫຼງ​ການ​ຢັ້ງ​ຢືນ​ຄືນ​ໃໝ່​ລະ​ດັບ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ, ປົກ​ປ້ອງ​ສິດ​ເສ​ລີ​ໃນ​ການ​ເດີ​ນ​ເຮືອ ແລະ ການ​ບິນ​ຢູ່​ບັນ​ດາ​ຊ່ອງ​ແຄບ​ທະ​ເລ​ທີ່​ນຳ​ໃຊ້​ໃຫ້​ແກ່​ການ​ເດີນ​ເຮືອ​ສາ​ກົນ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ລວມ​ມີ ສົນ​ທິ​ສັນ​ຍາ ສ​ປ​ຊ​ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ 1982 (UNCLOS 1982), ບັນ​ດາ​ມາ​ດ​ຕະ​ຖານ ແລະ ຂໍ້​ສະ​ເໜີ​ໃນ​ຕົວ​ຈິງ​ທີ່​ກ່ຽວ​ຂ້ອງ​ເຖິງ ອົງ​ການ​ກາ​ນ​ບິນ​ພົນ​ລະ​ເຮືອ​ນສາ​ກົນ (ICAO) ແລະ ອົງ​ການ​ການ​ເດີນ​ເຮືອ ​ສາ​ກົນ (IMO).

(ແຫ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ບໍ​ລິ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ບໍ​ລິ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ປັດ​ຈຸ​ບັນ, ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​ການ​ສັບ​ຊ້ອນ​ກົງ​ຈັດ​ລັດ​ໃຫ້​ກະ​ທັດ​ລັດ​ຢ່າງ​ແຮງ, ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ບໍ​ລິ​ຫາ​ນ​ແຫ່ງ​ຊາດ. ເປົົ້າ​ໝາຍ​ໃຫຍ່​ສຸດ​ແມ່ນ​ເພື່ອ​ສ້າງ​ກຳ​ລັງ​ໜູນ​ພັດ​ທະ​ນາ​ໃໝ່, ຍົກ​ສູງ​ກຳ​ລັງ​ແຮງ​ແກ້ງ​ແຍ້ງ ແລະ ກຳ​ລັງ​ແຮງ​ທົນ​ທານ​ຂອງ​ປະ​ເທດ ໃນ​ສະ​ພາບ​ການ​ໂລກ​ມີ​ການ​ຜັນ​ແປ​ຢ່າງວ່ອງ​ໄວ ແລະ ສັບ​ສົນ.

Top