• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາໜູນຊ່ວຍບັນດາປະເທດອາຊຽນໃນການຮັບມືກັບໂລກລະບາດໂຄວິດ - 19

      ວັນທີ 31 ມີນາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ອອກຖະແຫຼງຂ່າວ ກ່ຽວກັບເລື່ອງ ອາເມລິກາ ໜູນຊ່ວຍບັນດາປະເທດ ອາຊຽນ ຮັບມືກັບໂລກລະບາດໂຄວິດ - 19.
ຕາມແຈ້ງການແລ້ວ, ນັບແຕ່ເມື່ອໂລກລະບາດໄດ້ເກີດ ຂຶ້ນ, ອາເມລິກາ ໄດ້ສະໜອງຈໍານວນເງິນກວ່າ 18 ລ້ານ USD ເພື່ອໜູນຊ່ວຍມະນຸດສະທໍາ ແລະ ສາທາລະນະສຸກໂດຍດ່ວນໃຫ້ບັນດາປະເທດສະມາຊິກ ອາຊຽນ. ການໜູນຊ່ວຍຂອງ ອາເມລິກາທີ່ສະຫງວນໃຫ້ ບັນດາປະເທດ ອາຊຽນລວມມີ ກະກຽມບັນດາຫ້ອງວິໄຈເຊື້ອ SARS-CoV-2 ຂອບຂະໜາດໃຫຍ່, ຄວບຄຸມ ແລະ ປ້ອງກັນ, ສະກັດກັ້ນການຕິດແປດ, ຜັນຂະຫຍາຍບັນດາແຜນການໂດຍດ່ວນກ່ຽວກັບດ້ານສາທາລະນະສຸກໃນວົງຄະນະຍາດຢູ່ບັນດາສະຖານທີ່ຄວບຄຸມຊາຍແດນ ແລະ ອັບເດດເອກະສານຝຶກອົບຮົມໃຫ້ແກ່ພະນັກງານສາທາລະນະສຸກ.
ສໍາລັບຫວຽດນາມ, ອາເມລິກາ ໜູນຊ່ວຍຈໍານວນເງິນເກືອບ 3 ລ້ານ USD ເພື່ອແນໃສ່ຊ່ວຍລັດຖະບານຫວຽດນາມ ກະກຽມບັນດາລະບົບ ວິໄຈ, ຕິດຕາມກວດກາບັນດາກໍລະນີຕິດແປດ, ໜູນຊ່ວຍບັນດານັກຊ່ຽວຊານດ້ານເຕັກນິກ ເພື່ອເພີ່ມລັກສະນະຮັບມື ແລະ ກະກຽມ; ຄວບຄຸມ ແລະ ປ້ອງກັນ, ສະກັດກັ້ນການແຜ່ລະບາດ.
 (ແຫຼ່ງຄັດຈາກ VOV)
 

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ຫວ່າງມໍ່ໆມານີ້, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ, ບັນດາເຈົ້າໜ້າທີ່ ເວເນຊູເອລາ ແລະ ອາເມລິກາ ພວມປຶກສາຫາລືກ່ຽວກັບຄວາມສາມາດເຊື່ອມຕໍ່ການສົ່ງອອກນ້ຳມັນດິບຂອງປະເທດນີ້ໄປຍັງ ອາເມລິກາ.

Top