ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດມີຄວາມສຳຄັນແຖວໜ້າຂອງ ຫວຽດນາມ. ນີ້ແມ່ນຄຳຢືນຢັນຂອງທ່ານ ຫງວຽນດຶກຫາຍ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ທີ່ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລັດ Oregon, ອາເມລິກາ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ໃນຕອນບ່າຍວັນທີ 09 ກັນຍາ, ຢູ່ສຳນັກງານສະພາແຫ່ງຊາດ, ທີ່ ຮ່າໂນ້ຍ. ຄະນະຜູ້ແທນນຳໂດຍທ່ານ Daniel Loc Nguyen, ສະມາຊິກສະພາຕ່ຳລັດ Oregon ເປັນຫົວໜ້າຄະນະ.
ທ່ານ ຫງວຽນດຶກຫາຍ, ຮອງປະທານສະພາແຫ່ງຊາດ, ໄດ້ຕີລາຄາສູງບັນດາຜົນງານການຮ່ວມມື 2 ຝ່າຍໃນໄລຍະ 30 ປີຜ່ານມາ, ພົ້ນເດັ່ນແມ່ນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ທີ່ໄດ້ສ້າງຕັ້ງເມື່ອປີ 2023. ໃນໄລຍະຈະມາເຖິງ, ທ່ານຮອງປະທານສະພາແຫ່ງຊາດ ສະເໜີໃຫ້ 2 ປະເທດສືບຕໍໍ່ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກຳ, ໜູນຊ່ວຍ ຫວຽດນາມ ສ້າງຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ການຫັນປ່ຽນພະລັງງານ, ການພັດທະນາພື້ນຖານເສດຖະກິດສີຂຽວ…
ສ່ວນທ່ານ Daniel Loc Nguyen, ສະມາຊິກສະພາຕ່ຳ ປາດຖະໜາວ່າ, ການພົວພັນ 2 ຝ່າຍຈະສືບຕໍ່ພັດທະນາຢ່າງມີສະຖຽນລະພາບ, ຍາວນານ ແລະ ນັບມື້ນັບມີລັກສະນະຍຸດທະສາດ.








