• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ປ່ອນບັດຄັດຄ້ານມະຕິຂອງສະມັດຊາໃຫຍ່ ສປຊ ກ່າວປະນາມ ລັດເຊຍ ໃນການປະທະກັນຢູ່ ຢູແກຼນ

ມະຕິໂດຍ ຢູແກຼນ, ອັງກິດ ແລະ ສ່ວນຫລາຍປະເທດສະມາຊິກ ສະຫະພາບເອີລົບ ປົກປ້ອງ ໂດຍໄດ້ຮັບການຮັບຮອງເອົາຈາກສະມັດຊາໃຫຍ່ ສປຊ ໃນວັນດຽວກັນ ເນື່ອງໃນວັນຄົບຮອບ 3 ປີທີ່ລັດເຊຍ ປຸກລະດົມບັ້ນການທະຫານພິເສດຢູ່ ຢູແກຼນ.
ກອງປະຊຸມຂອງສະມັດຊາໃຫຍ່ ສປຊ (ພາບ: AFP)
ວັນທີ 24 ກຸມພາ, ອາເມລິກາ ໄດ້ປ່ອນບັດຄັດຄ້ານມະຕິຂອງສະມັດຊາໃຫຍ່ ສປຊ ໄດ້ກ່າວປະນາມ ລັດເຊຍ ໃນການປະທະກັນຢູ່ ຢູແກຼນ. ມະຕິໂດຍ ຢູແກຼນ, ອັງກິດ ແລະ ສ່ວນຫລາຍປະເທດສະມາຊິກ ສະຫະພາບເອີລົບ ປົກປ້ອງ ໂດຍໄດ້ຮັບການຮັບຮອງເອົາຈາກສະມັດຊາໃຫຍ່ ສປຊ ໃນວັນດຽວກັນ ເນື່ອງໃນວັນຄົບຮອບ 3 ປີທີ່ລັດເຊຍ ປຸກລະດົມບັ້ນການທະຫານພິເສດຢູ່ ຢູແກຼນ. ມະຕິດ້ວຍຊື່ເອີ້ນວ່າ “ຊຸກຍູ້ພື້ນຖານສັນຕິພາບຮອບດ້ານ, ຍຸຕິທຳ ແລະ ຍາວນານຢູ່ ຢູແກຼນ” ໂດຍຮຽກຮ້ອງແກ້ໄຂສັນຕິພາບການປະທະກັນຢູ່ ຢູແກຼນ ໂດຍໄວ ແລະ ກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ໄດ້ຖະແຫລງວ່າ ມົດສະກູ ພ້ອມແລ້ວທີ່ຈະເຈລະຈາກ່ຽວກັບການປະທະກັນຢູ່ ຢູແກຼນ. ເຖິງຢ່າງໃດກໍຕາມ ມົດສະກູ ຈະຢຸດຕິການປະທະກັນກໍ່ຕໍ່ເມື່ອບັນລຸໄດ້ມາດຕະການສັນຕິພາບ “ເໝາະສົມ”, ໃນນັ້ນ ຕ້ອງຄິດໄລ່ເຖິງສະພາບການພື້ນທີ່ຕົວຈິງ. ໃນວັນທີ 24 ກຸມພາ, ສະພາຄວາມໝັ້ນຄົງສປຊ ໄດ້ຮັບຮອງເອົາມະຕິສະບັບຫນຶ່ງໂດຍຮຽກຮ້ອງຢຸດຕິການປະທະກັນໂດຍໄວ ພ້ອມທັງເລັ່ງລັດການສ້າງຕັ້ງພື້ນຖານສັນຕິພາບຢ່າງໝັ້ນຄົງ ລະຫວ່າງ ຢູແກຼນ ແລະ ລັດເຊຍ.

(ແຫຼ່ງຄັດຈາກ VOV)

ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

ຕາມຂໍ້ກຳນົດແລ້ວ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ສິ້ນສຸດລົງໃນຕອນເວລາ 19 ໂມງຂອງວັນທີ 15 ມີນາ ຍົກເວັ້ນກໍລະນີແກ່ຍາວເວລາຕາມຂໍ້ກຳນົດແຕ່ບໍ່ເກີນ 21 ໂມງ.

Top