• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຟະລິກາໃຕ້ - ປະຕູເພື່ອໃຫ້ເຂົ້າສານຂອງຫວຽດນາມ ແຊກຊຶມເຂົ້າຕະຫຼາດອາຟະລິກາ

      ໂດຍປະຕິບັດໂຄງການສົ່ງເສີມການຄ້າແຫ່ງຊາດປີ 2018, ຄະນະສົ່ງເສີມການຄ້າສົ່ງອອກເຂົ້າສານຫວຽດນາມ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ອາຟະລິກາໃຕ້ ໃນລະຫວ່າງວັນທີ 10 – 11 ທັນວາ ເພື່ອແນໃສ່ຊອກຮູ້, ສຳຜັດກັບຕະຫຼາດ, ຄົ້ນຄວ້າທ່າອ່ຽງໃຊ້ສອຍ, ຄວາມຕ້ອງການຂອງລູກຄ້າ ແລະ ຄວາມຮຽກຮ້ອງຂອງຜູ້ນຳເຂົ້າ.

ທ່ານຮອງຫົວໜ້າກົມຂາອອກ - ຂາເຂົ້າກະຊວງອຸດສາຫະກຳການຄ້າຫວຽດນາມ ເຈີ່ນກວັກຕວານ ກ່າວຄຳເຫັນທີ່ການເຮັດວຽກ
(ພາບ: TTXVN)
      ທີ່ການເຮັດວຽກກັບກະຊວງອຸດສາຫະກຳອາຟະລິກາໃຕ້ ໃນຕອນເຊົ້າວັນທີ 10 ທັນວາ, ທ່ານຮອງຫົວໜ້າກົມຂາອອກ - ຂາເຂົ້າກະຊວງອຸດສາຫະກຳການຄ້າຫວຽດນາມ ເຈີ່ນກວັກຕວານ, ໃຫ້ຮູ້ວ່າ, ດ້ວຍລະດັບຊົມໃຊ້ເຂົ້າສານປະມານ 850.000 ໂຕນ/ປີ, ອາຟະລິກາໃຕ້ ແມ່ນຕະຫຼາດສົ່ງອອກເຂົ້າສານທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງສຳລັບວິສາຫະກິດຫວຽດນາມ. ອາຟະລິກາໃຕ້ ແມ່ນປະຕູ, ແຫ່ງເຊື່ອມຕໍ່ເພື່ອໃຫ້ບັນດາວິສາຫະກິດເຂົ້າສານຫວຽດນາມ ແຊກຊຶມເຂົ້າຕະຫຼາດອາຟະລິກາ ທີ່ກວ້າງໃຫຍ່.
        ສ່ວນທ່ານ Madileke Ramushu, ຫົວໜ້າກົມພົວພັນຕ່າງປະເທດນອກຕະຫຼາດອາຊີ - ກະຊວງອຸດສາຫະກຳການຄ້າອາຟະລິກາໃຕ້ ໃຫ້ຮູ້ວ່າ, ປະເທດນີ້ຍາມໃດກໍ່ສົ່ງເສີມ ແລະ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກດີທີ່ສຸດເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ເພີ່ມທະວີການສົ່ງອອກເຂົ້າສານໄປຍັງອາຟະລິກາໃຕ້, ກໍ່ຄືຊ່ວຍໃຫ້ບັນດາວິສາຫະກິດຫວຽດນາມ ສຳຜັດກັບບັນດາຕະຫຼາດອື່ນໆຢູ່ທະວີບ.
        ແລະກໍ່ໃນວັນດຽວກັນ, ຢູ່ນະຄອນ Johannesburg, ກໍ່ໄດ້ດຳເນີນກອງປະຊຸມສຳມະນາ “ສົ່ງເສີມການສົ່ງອອກເຂົ້າສານຫວຽດນາມ”.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top