• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນແລະນິວຊີແລນໝັ້ນໝາຍເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ

ສອງຝ່າຍໄດ້ຢືນຢັນຄືນຄຳໝັ້ນສັນຍາເພິ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດໂດຍຜ່ານການຜັນຂະຫຍາຍແຜນການດຳເນີນງານອາຊຽນ - ນິວຊີແລນໄລຍະ 2021 – 2025.
  ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ XI ຄະນະກຳມະການຮ່ວມມືຮ່ວມອາຊຽນ - ນິວຊີແລນ  

ທີ່ກອງປະຊຸມຄັ້ງທີ XI ຄະນະກຳມະການຮ່ວມມືຮ່ວມອາຊຽນ - ນິວຊີແລນທີ່ຈັດຂຶ້ນໃນວັນທີ 25 ມີນາຢູ່ ຈາກາຕາ ປະເທດອິນໂດເນເຊຍ, ສອງຝ່າຍໄດ້ຢືນຢັນຄືນຄຳໝັ້ນສັນຍາເພິ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດໂດຍຜ່ານການຜັນຂະຫຍາຍແຜນການດຳເນີນງານອາຊຽນ - ນິວຊີແລນໄລຍະ 2021 – 2025.

ສອງຝ່າຍຫວັງວ່າຈະສຳເລັດການເຈລະຈາຍົກລະດັບສັນຍາຍົກລະດັບສັນຍາສ້າງຕັ້ງເຂດການຄ້າເສລີອາຊຽນ - ອົດສະຕາລີ - ນິວຊີແລນໂດຍໄວແລະຮຽກຮ້ອງໃຫ້ຜັນຂະຫຍາຍສັນຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນຢ່າງມີປະສິດທິຜົນ.

ກອງປະຊຸມຍັງເນັ້ນໜັກເຖິງຄວາມຈຳເປັນເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານທົດແທນ, ກະສິກຳອັດສະລິຍະ ແທດເໝາະກັບການປ່ຽນແປງດິນຟ້າອາກາດ, ພັດທະນແບບຍືນຍົງ, ຄົມມະນາຄົມ, ພື້ນຖານໂຄງລ່າງ... ສອງຝ່າຍຍັງສະແດງຄວາມຫວັງສືບຕໍ່ປຶກສາຫາລືບັນດາຂໍ້ລິເລີ່ມ ແລະ ການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາອາຊຽນ - ນິວຊີແລນໃນປີ 2025.

(ແຫຼ່ງຄັດຈາກ VOV)

ປະລິມານສິນຄ້າຂົນສົ່ງຜ່ານທາງລົດໄຟ ຈີນ - ຫວຽດນາມ ເພີ່ມຂຶ້ນຢ່າງແຮງ

ປະລິມານສິນຄ້າຂົນສົ່ງຜ່ານທາງລົດໄຟ ຈີນ - ຫວຽດນາມ ເພີ່ມຂຶ້ນຢ່າງແຮງ

ສາຍໄຟຂົນສົ່ງສິນຄ້າລະຫວ່າງ ຈີນ - ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈດ້ານເວລາ ແລະ ຄ່າໃຊ້ຈ່າຍເໝາະສົມກັບຄວາມຕ້ອງການສົ່ງອອກສິນຄ້າຂາຍຍ່ອຍໄປຕະຫຼາດ ອາຊຽນ.

Top