• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນຢືນຢັນຄວາມຕັດສິນໃຈຮັກສາສັນຕິພາບ, ສະຖຽນລະພາບຢູ່ເຂດທະເລຕາເວັນອອກ

      ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 50 (AMM - 50) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ພວມຖືກດຳເນີນຢູ່ນະຄອນຫຼວງ ມານີລາ, ປະເທດຟີລິບປີນ.

(ວາລະປະຊຸມຄົບຄະນະຂອງບັນດາລັດຖະມົນຕີການຕ່າງປະເທດ AMM-50)
      ຄຽງຂ້າງບັນດາເນື້ອໃນສຳຄັນເຊິ່ງໄດ້ນຳມາປຶກສາຫາລືຄື: ການເພີ່ມທະວີການຮ່ວມສຳພັນພາຍໃນກຸ່ມ, ຊຸກຍູ້ການພົວພັນອາຊຽນ ກັບບັນດາຄູ່ຮ່ວມມື, ສ້າງວິໄສທັດອາຊຽນ ຮອດປີ 2025…, AMM – 50 ໄດ້ຮັບຮູ້ໝາກຜົນຕັ້ງໜ້າໃນເບື້ອງຕົ້ນ ເມື່ອອາຊຽນ ແລະ ຈີນ ໄດ້ຮັບຮອງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC), ພ້ອມທັງຍົກອອກເນື້ອໃນທະເລຕາເວັນອອກ ເຂົ້າໃນແຈ້ງການຮ່ວມຂອງກຸ່ມ. ພາຍຫຼັງໄລຍະ 50 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ, ອາຊຽນ ພວມຢືນຢັນບົດບາດທີ່ຂາດບໍ່ໄດ້ຂອງຕົນໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.
        ທະເລຕາເວັນອອກ, ບໍ່ພຽງແຕ່ແມ່ນບໍລິເວນຍຸດທະສາດສຳຄັນສຳລັບບັນດາປະເທດໃນພາກພື້ນອາຊຽນ ເທົ່ານັ້ນ, ຫາກຍັງແມ່ນເສັ້ນທາງທະເລທີ່ສຳຄັນຂອງພາກພື້ນ ແລະ ໂລກອີກດ້ວຍ. ຍ້ອນແມ່ນເຂດທະເລຍຸດທະສາດ, ສະນັ້ນເຂດນີ້ຈຶ່ງເກີດມີບັນດາການຂັດແຍ້ງກັນເປັນປະຈຳ ຍ້ອນບັນດາຝ່າຍລ້ວນແຕ່ຖະແຫຼງອະທິປະໄຕຢູ່ບັນດາເຂດທະເລຊ້ຳຊ້ອນກັນ. ສະນັ້ນ, ທະເລຕາເວັນອອກ ຈຶ່ງນອນໃນຄວາມເອົາໃຈໃສ່ລວມຂອງອາຊຽນ ແລະ ໄດ້ເຄີຍຖືກເຂົ້າບັນດາໂຄງການດຳເນີນງານຂອງກຸ່ມໃນແຕ່ລະປີເປັນປະຈຳ.
ຄວາມຈຳເປັນຕ້ອງມີເຄື່ອງມືດ້ານກົດໝາຍມີລັກສະນະຜູກມັດຢ່າງຈະແຈ້ງໃຫ້ແກ່ບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ
        ນັບແຕ່ດົນນານມາແລ້ວ, ອາຊຽນ ມີຄວາມປາດຖະໜາຢາກພ້ອມກັບຈີນ ສ້າງເຄື່ອງມືດ້ານກົດໝາຍມີລັກສະນະຜູກມັດສູງກວ່າ ເພື່ອຈຳກັດບັນດາການປະທະກັນອາດຈະເກີດຂຶ້ນຢູ່ເຂດທະເລດັ່ງກ່າວ. ແນວຄວາມຄິດສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໄດ້ຖືກສ້າງຂຶ້ນເມື່ອປີ 2005, ແຕ່ຕ້ອງເສຍເວລາເຖິງ 15 ປີຕໍ່ໄປ, ອາຊຽນ ແລະ ຈີນ ຈຶ່ງຮັບຮອງເອົາຮ່າງ COC ຢ່າງເປັນທາງການຢູ່ກອງປະຊຸມຄັ້ງນີ້.
        ວິທີສຳພັດລວມຂອງອາຊຽນ ແມ່ນ COC ຕ້ອງອີງໃສ່ ແລະ ທະວີຄຸນໃຫ້ສູງກວ່າຈາກ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ເຊິ່ງອາຊຽນ ແລະ ຈີນ ໄດ້ລົງນາມເມື່ອປີ 2002. ລະອຽດແມ່ນ, ເນື້ອໃນຂອງ COC ສະແດງໃຫ້ເຫັນທີ່ວ່າ: ຫຼັກການເຄົາລົບກົດໝາຍສາກົນ, ກົດບັດຂອງສະຫະປະຊາຊາດ, ສົນທິສັນຍາກົດໝາຍວ່າດ້ວຍທະເລ 1982 (UNCLOS), ສົນທິສັນຍາເປັນມິດ ແລະ ຮ່ວມມືອາຊີຕາເວັນອອກສ່ຽງໃຕ້ (TAC), ຖະແຫຼງການ DOC. ບັນດາຝ່າຍຕ້ອງມີພັນທະ ແລະ ການປະພຶດເພື່ອຈຸດໝາຍສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງປອດໄພ ແລະ ຄວາມເສລີໃນການເດີນທະເລ, ຊຸກຍູ້ການຮ່ວມມືສ້າງຄວາມໄວ້ເນື້ອເຊື່ອໃຈ, ສະກັດກັ້ນການຂັດແຍ້ງກັນປິນຂັ້ນໄດ ແລະ ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະ ສົນທິສັນຍາ ກົດໝາຍວ່າດ້ວຍທະເລ. ຕາມທັດສະນະຂອງອາຊຽນ ແລ້ວ, COC ທັງສືບທອດບັນດາຈຸດທີ່ຕັ້ງໜ້າຂອງ DOC, ທັງໄດ້ຮັບການຍົກສູງຕື່ມອີກເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່.
        ເປັນອັນວ່າ, ພ້ອມກັບເລື່ອງເນັ້ນໜັກບັນດາຫຼັກການຕັ້ງໜ້າທີ່ມີຢູ່ແລ້ວໃນ DOC (ແມ່ນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງປອດໄພ ແລະ ຄວາມເສລີໃນການເດີນທະເລ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະ ສົນທິສັນຍາ ກົດໝາຍວ່າດ້ວຍທະເລ), ອາຊຽນ ປາດຖະໜາວ່າ ກົດແຫ່ງການປະພຶດ COC ຕ້ອງມີລັກສະນະຄຳໝັ້ນສັນຍາ ແລະ ມີການຜູກມັດສູງກວ່າ DOC, ຕ້ອງມີກົນໄກຕິດຕາມກວດກາ ແລະ ຮັບປະກັນການປະຕິບັດ ແລະ ພິເສດແມ່ນເພີ່ມເຕີ່ມຂໍ້ກຳນົດເນັ້ນໜັກເຖິງຫຼັກໝັ້ນເຄົາລົບເຂດເສດຖະກິດພິເສດ ແລະ ເຂດໄຫຼ່ທະວີບຂອງບັນດາປະເທດເຂດແຄມທະເລຕາມ UNCLOS 1982.
        ກົດແຫ່ງການປະພຶດ COC ໄດ້ຮັບຮອງເອົາໃນວັນທີ 05 ສິງຫາ ຍັງຕ້ອງໄດ້ຮັບການລົງລາຍເຊັນເຫັນດີເຫັນພ້ອມຮັບຮອງເອົາຈາກແຕ່ລະປະເທດຈຶ່ງມີຜົນບັງຄັບໃຊ້. ເລື່ອງຊອກຫາຄວາເຫັນດີເຫັນພ້ອມລະຫວ່າງບັນດາປະເທດອາຊຽນ ຫຼື ອາຊຽນ ກັບຈີນ ໃນການຊຸກຍູ້ເອກະສານດັ່ງກ່າວມີລັກສະນະຜູກມັດດ້ານກົດໝາຍ, ດ້ວຍການປະຕິບັດຢ່າງເຂັ້ມງວດຂອງບັນດາປະເທດທີ່ກ່ຽວຂ້ອງ ຈະແມ່ນສິ່ງທະທາຍບໍ່ແມ່ນໜ້ອຍໃນໄລຍະຈະມາເຖິງ. ເຖິງຢາງໃດກໍ່ຕາມ, ການຮັບຮອງເອົາຮ່າງ COC ຍັງຄົງໄດ້ຮັບຖືແມ່ນບາດກ້າວໃຫຍ່ ມຸ່ງໄປເຖິງການຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ. ກ່ອນອື່ນໝົດເລື່ອງສ້າງສຳເລັດຮ່າງ COC ໄດ້ສ່ອງແສງສິ່ງທີ່ຫຼາຍປະເທດສະມາຊິກອາຊຽນ ປາດຖະໜາ, ນັ້ນແມ່ນສ້າງເຂດທະເລຕາເວັນອອກ ສັນຕິພາບ, ສະຖຽນລະພາບ, ໃກ້ຊິດສະໜິດສະໜົມ ແລະ ຮ່ວມມື.
        ໃນແຈ້ງການຮ່ວມຮັບຮອງເອົາໃນວັນທີ 06 ສິງຫາ, ອາຊຽນ ກໍຊີ້ແຈ້ງຫຼັກໝັ້ນຂອງຕົນ, ຊົມເຊີຍຮ່າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ໄດ້ຮັບການຮັບຮອງເອົາ. ອາຊຽນ ກໍໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນຫາບູລະນະເນື້ອທີ່ດິນ ແລະ ບັນດາການເຄື່ອນໄຫວຢູ່ບັນດາເຂດອາດຈະເຮັດໃຫ້ເສຍຫວັງ, ເພີ່ມຄວາມເຄັ່ງຕຶງ ແລະ ທຳລາຍສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ. ອາຊຽນ ກໍຢືນຢັນຄືນໃໝ່ເລື່ອງຕ້ອງສ້າງຄວາມໄວ້ເນື້ອເຊື່ອໃຈ, ລະງັບໃຈ ແລະ ຫຼີກລ້ຽງບັນດາການກະທຳອາດຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເດີນຕາມບັນດາມາດຕະການແກ້ໄຂໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະ ສົນທິສັນຍາວ່າດ້ວຍກົດໝາຍຂອງສະຫະປະຊາຊາດປີ 1982.

ອາຊຽນ ເຊີດຊູຈິດໃຈເຫັນດີເຫັນພ້ອມ
        ໃນສະພາບການທີ່ອາຊຽນ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍ, ສິ່ງທີ່ຈະແຈ້ງແລ້ວວ່າ, ການສ້າງການສຳພັດທີ່ເໝາະສົມ, ສົມເຫດສົມຜົນກ່ຽວກັບທະເລຕາເວັນອອກ, ດ້ານໜຶ່ງທັງສະແດງໃຫ້ເຫັນການປະກອບສ່ວນຢ່າງແທ້ຈິງຂອງອາຊຽນ ສຳລັບສັນຕິພາບ, ສະຖຽນລະພາບອັນຍາວນານໃຫ້ພາກພື້ນ, ດ້ານອື່ນທັງສະແດງບົດບາດໃຈກາງຂອງອາຊຽນ ໃນບັນດາບັນຫາພາກພື້ນ ແລະ ສາກົນ. ຄວາມເຫັນດີເຫັນພ້ອມກໍ່ແມ່ນຂໍ້ກຸ່ນແຈເພື່ອຊ່ວຍໃຫ້ອາຊຽນ ຜ່ານຜ່າບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງຢູ່ພາກພື້ນ. ໃນບົດກ່າວປາໄສໄຂ AMM – 50, ທ່ານລັດຖະມົນຕີການຕ່າງປະເທດ ຟິລິບປີນ, ປະເທດພວມດຳລົງຕຳແໜ່ງເປັນປະທານອາຊຽນ 2017, ໄດ້ຢືນຢັນວ່າ "ອາຊຽນ ພວມພ້ອມກັນຮ່ວມເດີນທາງ". ແລະ ໃນຈຸດເວລາຄຳຂອງອາຊຽນ ຄົບຮອບ 50 ປີ, ການຮ່ວມເດີນທາງນັ້ນ, ບັນດາປະເທດສະມາຊິກພວມໄດ້ຍົກສູງຈິດໃຈເຫັນດີເຫັນພ້ອມ ແລະ ມີຄວາມຮັບຜິດຊອບ ເພື່ອແກ້ໄຂບັນດາສິ່ງທ້າທາຍລວມ, ໃນນັ້ນມີບັນຫາທະເລຕາເວັນອອກ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top