• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນຊຸກຍູ້ເສດຖະກິດ, ການລົງທຶນ ແລະ ການເຊື່ອມໂຍງດ້ານການຄ້າ

      ດ້ວຍເນື້ອໃນແມ່ນຊອກຫາມາດຕະການຍູ້ແຮງການຮ່ວມມືເສດຖະກິດກ່ວາອີກ, ຊຸກຍູ້ການເຊື່ອມໂຍງການຄ້າ ແລະ ການລົງທຶນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 49 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 7 ກັນຍາ ຢູ່ນະຄອນຫຼວງ ມານີລາ, ປະເທດ ຟີລິບປິນ. 

ທ່ານ Ramon Lopez, ລັດຖະມົນຕີເສດຖະກິດ ຟີລິບປິນ 
      ກ່າວຄຳເຫັນໄຂກອງປະຊຸມ, ທ່ານ Ramon Lopez, ລັດຖະມົນຕີເສດຖະກິດ ຟີລິບປິນ ໃຫ້ຮູ້ວ່າ: ກອງປະຊຸມໄດ້ສວມບົດບາດສຳຄັນໃນການຢືນຢັນສານບັນລຸຜົນງານຂອງ ອາຊຽນ, ພ້ອມທັງຍົກລະດັບທີ່ຕັ້ງ ບົດບາດຂອງ ອາຊຽນ ໃນສະພາບການບັນດາພື້ນຖານ ເສດຖະກິດພາກພື້ນພວມພັດທະນາດ້ວຍລະດັບໄວກ່ວາໃນພາກພື້ນອື່ນໃນໂລກ. ຕາມທ່ານລັດຖະມົນຕີ Lopez ແລ້ວ, ອາຊຽນ ຈະຮັກສາທັດສະນະເປິດ ແລະ ມຸ່ງໄປເຖິງຕ່າງປະເທດຮັບຮອງເອົາ ບັນດາສັນຍາການຄ້າເສລີ (FTA) ກັບ ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ສ. ເກົາຫຼີ ແລະ ນິວຊີແລນ.
 (ແຫຼ່ງຄັດຈາກ VOV)

ຢັ້ງ​ຢືນ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ການ​ເຊື່ອມ​ຕໍ່ ອາ​ຊຽນ - ລັດ​ເຊຍ

ຢັ້ງ​ຢືນ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ການ​ເຊື່ອມ​ຕໍ່ ອາ​ຊຽນ - ລັດ​ເຊຍ

ຫວຽດ​ນາມ ໄດ້​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນຫຼາຍ​ຢ່າງ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວມ​ຂອງກອງ​ປະ​ຊຸມ. ໃນ​ນັ້ນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃນ​ກິດ​ຈະ​ກຳ​ຕ່າງໆ​ທີ່​ດຳ​ເນີນ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ນັ້ນ, ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ຫຼາຍ​ຢ່າງເຂົ້າ​ໃນ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ຍຸດ​ທະ​ສາດ​ທີ່​ມີ​ຄວາມ​ໝັ້ນ​ທ່ຽງ, ດຸ່ນ​ດ່ຽງ ແລະ ຍືນ​ຍົງ​ກວ່າ.

Top