• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ແມ່ນປັດໄຈສໍາຄັນຕໍ່ຄວາມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້

      ຕອນເຊົ້າວັນທີ 23 ສິງຫາ, ຢູ່ນະຄອນໂຮ່ຈີມິນ ຂອງຫວຽດນາມ, ຕາງໜ້າສະຖານກົງສູນບັນດາປະເທດອາຊຽນປະຈໍານະຄອນ ໄດ້ເຂົ້າຮ່ວມພິທີສະເຫຼີມ ສະຫຼອງ 51 ປີ ແຫ່ງວັນສ້າງຕັ້ງ ອາຊຽນ.

ການສະແດງສິລະປະທີ່ພິທີສະເຫຼີມສະຫຼອງ 
(ພາບ: hcmcpc.org.vn) 
      ທີ່ພິທີ, ທ່ານນາງ Leow Siu Lin, ຫົວໜ້າສະຖານກົງສູນ ສິງກະໂປ ປະຈໍານະຄອນໂຮ່ຈິມິນ, ເຊິ່ງເປັນປະເທດພວມຮັບໜ້າທີ່ເປັນປະທານອາຊຽນ, ໃຫ້ຮູ້ວ່າ: ປີນີ້, ສິງກະໂປ ໄດ້ເອົາຫົວຂໍ້ວ່າ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ແລະ “ປ່ຽນແປງໃໝ່” ເພື່ອສ້າງອາຊຽນກາຍເປັນອົງການຈັດຕັ້ງທີ່ມີຄວາມຜູກພັນ, ມີຄວາມສາມາດແກ້ໄຂບັນດາຂາດສະຖຽນລະພາບພູມສາດການເມືອງ ໃຫ້ມີປະສິດທິຜົນກວ່າ, ກຽມພ້ອມກໍາແໜ້ນບັນດາກາລະໂອກາດ ແລະ ຮັບມືກັບສິ່ງທ້າທາຍຂອງການປະຕິວັດດີຈີຕອນ, ຕ້ານຄືນບັນດາການນາບຂູ່ລວມຄື ການກໍ່ການຮ້າຍ, ການໃຊ້ຄວາມຮຸນແຮງທີ່ຫຍໍ້ທໍ້, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ອາດຊະຍາກໍາຂ້າມຊາດ, ໄພທໍາມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top