• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ຖືຫຼັກການສະມັກຄີ ແລະ ບົດບາດໃຈກາງ ໃນການແກ້ໄຂບັນດາບັນຫາພາກພື້ນເປັນສຳຄັນ

      ພ້ອມທັງຄວນກຳແໜ້ນ ແລະ ຍາດແຍ່ງກາລະໂອກາດຍ້ອນການພັດທະນາຂອງວິທະຍາສາດນຳມາໃຫ້ ເພື່ອພັດທະນາໄວກ່ວາ ຜ່ານບັນດາຂໍ້ລິເລີ່ມກ່ຽວກັບການຄ້າເອເລັກໂຕນິກ, ນະຄອນສະຫຼາດ, ການຮ່ວມມືການບິນ, ການທ່ອງທ່ຽວ, ຊາວໜຸ່ມ…

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວກຢູ້ງ
      ວັນທີ 12 ມັງກອນ, ຢູ່ສິງກະໂປ ໄດ້ຈັດຕັ້ງກອງປະຊຸມວົງແຄບເຈົ້າໜ້າທີ່ອາວຸໂສ ອາຊຽນ (ASEAN SOM). ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວກຢູ້ງ, ຫົວໜ້າ SOM ASEAN  ຫວຽດນາມ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ທີ່ກອງປະຊຸມ, ບັນດາປະເທດ ເຫັນດີເປັນເອກະພາບວ່າ ອາຊຽນ ຄວນສືບຕໍ່ຮັກສາຄວາມສາມັກຄີ ແລະ ບົດບາດໃຈກາງ, ສ້າງຄວາມລະບຽບຮຽບຮ້ອຍດ້ານກົດໝາຍ, ຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງ ແລະ ຍູ້ແຮງການຮ່ວມມືຮັບມືກັບບັນດາສິ່ງທ້າທາຍທີ່ວາງອອກຄື: ການກໍ່ການຮ້າຍ, ໄພພິບັດທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ… ພ້ອມທັງຄວນກຳແໜ້ນ ແລະ ຍາດແຍ່ງກາລະໂອກາດຍ້ອນການພັດທະນາຂອງວິທະຍາສາດນຳມາໃຫ້ ເພື່ອພັດທະນາໄວກ່ວາ ຜ່ານບັນດາຂໍ້ລິເລີ່ມກ່ຽວກັບການຄ້າເອເລັກໂຕນິກ, ນະຄອນສະຫຼາດ, ການຮ່ວມມືການບິນ, ການທ່ອງທ່ຽວ, ຊາວໜຸ່ມ…
        ກອງປະຊຸມປຶກສາຫາລືວຽກງານກະກຽມໃຫ້ແກ່ກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ອິນເດຍ ຄາດວ່າ ຈະຈັດຕັ້ງໃນລະຫວ່າງວັນທີ 24 – 25 ມັງກອນ, ຢູ່ນິວເດີລີ ແລະ ກອງປະຊຸມຂັ້ນສູງພິເສດ ອາຊຽນ - ອົດສະຕາລີ ໃນວັນທີ 17 – 18 ມີນາ ຢູ່ Sydney, ກໍ່ຄືກະກຽມໃຫ້ແກ່ການສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ຈີນ (2003 – 2018) ແລະ ປີປະດິດຄິດສ້າງ ອາຊຽນ - ຈີນ 2018. ບັນດາປະເທດກໍ່ໄດ້ແລກປ່ຽນການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ມີປະສິດທິຜົນ ແລະ ດຳເນີນການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວກຢູ້ງ ສະເໜີວ່າ ອາຊຽນ ຄວນສືບຕໍ່ສະເໜີບັນດາຫຼັກຖານພື້ນຖານ, ບົນພື້ນຖານນັ້ນ ຮັກສາຄວາມສາມັກຄີ ແລະ ບົດບາດໃຈກາງ, ເສີມຂະຫຍາຍບົດບາດໃຈກາງ ໃນການແກ້ໄຂບັນດາບັນຫາພາກພື້ນ ກໍ່ຄືຍົກສູງຄວາມສາມາດແກ້ໄຂບັນດາສິ່ງທ້າທາຍທີ່ວາງອອກ.
 (ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top