ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 25 ຕຸລາ, ກ່ອນຈັດກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 47, ທ່ານ Mohamad Hasan ລັດຖະມົນຕີການຕ່າງປະເທດ ມາເລເຊຍ ຢືນຢັນວ່າ ອາຊຽນ ຈະບໍ່ຍົກອອກຖະແຫຼງການຮ່ວມກ່ຽວຂ້ອງເຖິງການຄ້າ ຫຼື ພາສີອາກອນກັບ ອາເມລິກາ ໃນກອງປະຊຸມຄັ້ງນີ້.
ຕາມທ່ານ Mohamad Hasan ແລ້ວ, ບັນດາກອງປະຊຸມກະກຽມໃຫ້ສະໄໝປະຊຸມ ບໍ່ໄດ້ເຕື້ອງເຖິງບັນຫານີ້, ແລະ ເລື່ອງບັນດາປະເທດ ອາຊຽນ ຍົກອອກທັດສະນະເອງ, ເຮັດວຽກໂດຍກົງກັບ ອາເມລິກາ ແມ່ນສອດຄ່ອງກັບທ່າອ່ຽງທະວີພາຄີຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump. ກ່ຽວກັບການພົວພັນກັບສະຫະປະພາບເອີລົບ, ທ່ານໃຫ້ຮູ້ວ່າ ອາຊຽນ ແລະ ອີຢູ ພວມຢູ່ໃນໄລຍະສຸດທ້າຍຂອງວິວັດການເຈລະຈາສັນຍາການຄ້າເສລີ ອາຊຽນ - ອີຢູ (FTA), ດ້ວຍຄວາມຕັ້ງໜ້າຫຼາຍຢ່າງ.
ມີເນື້ອໃນສຳຄັນອື່ນອີກ ນັ້ນແມ່ນຖະແຫຼງການຮ່ວມລະຫວ່າງ ໄທ ແລະ ກຳປູເຈຍ, ຄາດວ່າຈະໄດ້ລົງນາມໃນຂອບເຂດກອງປະຊຸມ ໂດຍການເປັນສັກຂີພິຍານຂອງ ມາເລເຊຍ ແລະ ອາເມລິກາ.







