• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ 2020: ຫວຽດນາມ ນຳເອົາຄວາມ “ຂະຫຍັນຂັນເຄື່ອນໃໝ່” ມາໃຫ້ ອາຊຽນ

ທ່ານນາງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ມາເລເຊຍ ປະຈຳ ອາຊຽນ Kamsiah Kamaruddin ໄດ້ຕີລາຄາວ່າ ເລື່ອງ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ເມື່ອວັນທີ 28 ກໍລະກົດ 1995 ໄດ້ນຳເອົາຄວາມ “ຂະຫຍັນຂັນເຄື່ອນໃໝ່” ມາໃຫ້ ອາຊຽນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຢູ່ ຮ່າໂນ້ຍ ໃນວັນທີ 26/06/2020. (ພາບ:TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ຈາກາຕາ (ອິນໂດເນເຊຍ) ຫວ່າງແລ້ວນີ້, ທ່ານນາງເອກອັກຄະລັດຖະທູດໃຫ້ຂໍ້ສັງເກດວ່າ: ເມື່ອ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ, ຫວຽດນາມ ໄດ້ນຳມາເຊິ່ງຄວາມຂະຫຍັນຂັນເຄື່ອນໃໝ່, ບັນດາປັດໄຈໃໝ່ ແລະ ພວກຂ້າພະເຈົ້າໄດ້ສົມທົບກັບ ຫວຽດນາມ ເພື່ອສ້າງ ອາຊຽນ ໃຫ້ມີຄວາມເຂັ້ມແຂງກ່ວາ.

        ທ່ານນາງເອກອັກຄະລັດຖະທູດ Kamsiah ຕີລາຄາວ່າ ຫວຽດນາມ ປະຕິບັດໄດ້ “ດີທີ່ສຸດ” ໃນຖານະຕຳແໜ່ງປະທານ ອາຊຽນ, ພ້ອມທັງຊິີ້ແຈ້ງວ່າ ຫວຽດນາມ ໄດ້ສະແດງບົດບາດນຳພາຢ່າງແຮງ ໂດຍຜ່ານການຊຸກຍູ້ຮ່ວມມືລະຫວ່າງບັນດາປະເທດ ອາຊຽນ, ບໍ່ພຽງແຕ່ຮັບມືກັບໂລກລະບາດໂຄວິດ-19 ເທົ່ານັ້ນ ຫາກຍັງໃນໄລຍະຟື້ນຟູອີກດ້ວຍ. ທ່ານນາງ Kamsiah ກໍ່ໃຫ້ຮູ້ວ່າ ປະເທດ ຫວຽດນາມ ປະທານ ອາຊຽນ ພວມໃຫ້ບຸລິມະສິດຊຸກຍູ້ກ່ຽວກັບບັນຫາແມ່ຍິງ, ເດັກນ້ອຍ ແລະ ການພັດທະນາແບບຍືນຍົງ, ເປັນຕົ້ນແມ່ນຮັກສາສິ່ງແວດລ້ອມທະເລໄວ້ໃຫ້ໝັ້ນຄົງ.

ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top