• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ 2020: ກຸ່ມເຈົ້າຫນ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ຈັດກອງປະຊຸມອອນລາຍ

      ວັນທີ 12 ພຶດສະພາ, ກຸ່ມເຈົ້າຫນ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ຈັດກອງປະຊຸມອອນລາຍ  (ADSOM WG) ຢູ່ຮ່າໂນ້ຍ. ກອງປະຊຸມເພື່ອແນໃສ່ຊຸກຍູ້ບັນດາຂໍ້ລິເລີ່ມຂອງ ຫວຽດນາມໃນປີເປັນປະທານອາຊຽນ 2020 ແລະ ກະກຽມໃຫ້ແກ່ກອງປະຊຸມອອນລາຍ ເຈົ້າຫນ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ  (ADSOM) ເຊິ່ງຈະໄດ້ຈັດຕັ້ງຂຶ້ນໃນວັນທີ 15 ພຶດສະພາຈະມາເຖິງ.

ກອງປະຊຸມທາງອອນລາຍ ADSOM WG (ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວຫນ້າ ເຈົ້າຫນ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ຫວຽດນາມ ( ADSOM - ຫວຽດນາມ)ໄດ້ເນັ້ນໜັກວ່າ: ໃນຖານະຕຳແໜ່ງແມ່ນປະເທດເຈົ້າພາບຈັດຕັ້ງ, ຫວຽດນາມ ຈະປະຕິບັດຈົນສຸດຄວາມສາມາດຂອງຕົນເພື່ອປະຕິບັດສຳເລັດເນື້ອໃນທີ່ວາງອອກດ້ວຍໝາກຜົນທີ່ດີທີ່ສຸດ, ປອດໄພທີ່ສຸດ ແລະ ສູງສຸດ. ທ່ານພົນໂທຫງວຽນຈີວິ້ງໄດ້ສະເໜີວ່າ ກອງປະຊຸມຕີລາຄາຄືນໃໝ່ປະສິດທິຜົນຂອງບັນດາການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ຫຼາຍຝ່າຍລະຫວ່າງ ບັນດາປະເທດອາຊຽນກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ກໍ່ຄືບັນດາໂຄງການດຳເນີນງານອາຊຽນ 2020 ແລະ ກະກຽມແຜນການໃໝ່ເພື່ອບັນລຸໄດ້ໝາກຜົນດີທີ່ສຸດ.
            ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດຂອງ ອາຊຽນໃນປີ 2020, ດ້ວຍບາງເນື້ອໃນຫຼັກແຫຼ່ງແມ່ນ: ອັບເດດວິວັດທະນາການຮ່ວມມືດ້ານປ້ອງກັນຊາດ ອາຊຽນຕີລາຄາບາງຂໍ້ລິເລີ່ມໃໝ່ໃນ ADMM, ແຜນການເຄື່ອນໄຫວ 3 ປີຂອງ ADMM (2020 - 2022), ແຜນການເຄື່ອນໄຫວ 3 ປີ ຂອງບັນດາກຸ່ມນັກຊ່ຽວຊານ ADMM+ (2020 - 2022)
 (ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ ຄຳ​ຟອງ ອິນ​ມາ​ນີ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ສອງ​ພັກ, ສອງ​ລັດ ຈະສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລ​ກ​ປ່ຽນ​ປະ​ສົບ​ການ, ແບ່ງ​ປັນ​ບັນ​ດາ​ຜົນ​ສຳ​ເລັດ ແລະ ບົດ​ຮຽນ​ພຶດ​ຕິ​ກຳ ຕົວ​ຈິງ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດ​ນາມ ຢ່າງ​ຕໍ່​ເນື່ອງ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top