ຂ່າວສານ
ອັດກອງປະຊຸມສຸດຍອດ P4G: ຮັບຮອງເອົາຖະແຫຼງການຮ່ວມສອງສະບັບກ່ຽວກັບການຫັນປ່ຽນສີຂຽວແບບຍືນຍົງ
ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມໂນ້ຍ ກ່ຽວກັບການຫັນປ່ຽນສີຂຽວແບບຍືນຍົງ, ຖືມະນຸດເປັນໃຈກາງ” ແລະ “ຖະແຫຼງການ P4G ກ່ຽວກັບການເພີ່ມທະວີການຮ່ວມມືກັບບັນດາອົງການຈັດຕັ້ງ, ກົນໄກຫຼາຍຝ່າຍ ໃນການຫັນເປັນສີຂຽວ ແລະ ພັດທະນາແບບຍືນຍົງ”.
ກ່າວຄຳເຫັນອັດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ 5 ໝາກຜົນເຫັນດີ ເຊິ່ງກອງປະຊຸມບັນລຸໄດ້ ໄດ້ນັ້ນແມ່ນບັນດາຄວາມເຫັນດີກ່ຽວກັບການລະດົມການເງິນຊຸກຍູ້ການຫັນປ່ຽນສີຂຽວ, ພັດທະນາແບບຍືນຍົງ, ບັນດາຮູບແບບຮ່ວມມືພາກລັດ - ເອກະຊົນ ແລະ ບັນດານະໂຍບາຍການເງິນທີ່ມີຫົວຄິດປະດິດສ້າງ, ຄວາມເຫັນດີຕໍ່ການສົ່ງເສີມການຄົ້ນຄ້ວາ ແລະ ພັດທະນາບັນດາມາດຕະການເຕັກໂນໂລຢີສີຂຽວ, ຄວາມເຫັນດີກ່ຽວກັບການປ່ຽນແປງລະບົບກະສິກຳ ແລະ ສະບຽງອາຫານແບບຍືນຍົງ, ຄວາມເຫັນດີກ່ຽວກັບການພັດທະນາ ແລະ ບຳລຸງສ້າງກຳລັງແຮງງານທີ່ມີຄຸນນະພາບສູງ.