• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດວາລະປະຊຸມຄັ້ງທີ XIຄະນະປະຈຳສະພາແຫ່ງຊາດ

ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາເລື່ອງຄາດຄະເນພິທີຈັດແບ່ງງົບປະມານສູນກາງໄລຍະ 2021 – 2025 ແລະ ປີ 2022 ໃຫ້ແກ່ບັນດາກະຊວງ, ອົງການສູນກາງ ແລະ ທ້ອງຖິ່ນ ປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດ
  ວາລະປະຊຸມຄັ້ງທີ XI ຄະນະປະຈຳສະພາແຫ່ງຊາດ (ພາບ: TTXVN)  

 ໂດຍສືບຕໍ່ລາຍການເຮັດວຽກຂອງວາລະປະຊຸມຄັ້ງທີ XI, ວັນທີ 13 ພຶດສະພາ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ອັດວາລະປະຊຸມ. ກ່ອນອັດວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາເລື່ອງຄາດຄະເນພິທີຈັດແບ່ງງົບປະມານສູນກາງໄລຍະ 2021 – 2025 ແລະ ປີ 2022 ໃຫ້ແກ່ບັນດາກະຊວງ, ອົງການສູນກາງ ແລະ ທ້ອງຖິ່ນ ປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດ; ພິຈາລະນາການເພີ່ມແຜນງົບປະມານສູນກາງປີ 2022 ຢູ່ພາຍໃນປະເທດ ເພື່ອຈັດແບ່ງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ…

ແລະກໍ່ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ກໍ່ໄດ້ປະກອບຄຳເຫັນໃສ່ເລື່ອງຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຕົກລົງແຜນນະໂຍບາຍລົງທຶນໄລຍະທີ 1 ບັນດາໂຄງການກໍ່ສ້າງທາງບົກ, ເສັ້ນທາງຄວາມໄວສູງ ຕອນເຈົາດົກ - ເກິນເທີ - ຊອັກຈັງ; ແລະຕອນແຄງຮ່ວາ - ບວນມາທວດ; ບຽນຮ່ວາ - ວູ້ງເຕົ່າ.

ຕອນບ່າຍວັນທີ 13 ພຶດສະພາ, ຄະນະປະຈຳສະພາແຫ່ງຊາດ ໄດ້ອັດວາລະປະຊຸມຄັ້ງທີ XI. ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ສືບຕໍ່ຮັບເອົາຄຳເຫັນທີ່ວາລະປະຊຸມຄັ້ງທີ XI ເພື່ອເຊັນປະກາດໃຊ້ມະຕິສະບັບຕ່າງໆ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top