• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດງານ​ແຂ່ງ​ຂັນ​ຊີງ​ແຊັມ​ເຮືອ​ຈັກ​ລະ​ດັບ​ໂລກ​ຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ຢູ່ ຫວຽດ​ນາມ

ການແຂ່ງຂັນຊີງແຊັມເຮືອຈັກລະດັບໂລກ UIM F1H2O World Championship - ລາຍການແຂ່ງຂັນ Grand Prix of Binh Dinh 2024 ໄດ້ອັດລົງໃນວັນທີ 31 ມີນາ, ຢູ່ນະຄອນ ກຸຍເຍີນແຂວງ ບິ່ງດິ້ງ.
ລາງວັນແຊັມໂລກເຮືອຈັກ UIM F1H20 World Championship ໄດ້ອັດລົງ ດ້ວຍການຄວ້າແຊັມຂອງນັກແຂ່ງຂັນຊາວ ຊູແອັດ Erik Stark ມາຈາກທິມ Victoria (ພາບ: TTXVN)

ເຫດການດັ່ງກ່າວໂດຍສະຫະພັນກິລາເຮືອຈັກໂລກ ສົມທົບກັບຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ ຈັດຂຶ້ນ ໂດຍມີການປະກອບສ່ວນຂອງກຸ່ມບໍລິສັດ ຫວຽດທ້ວນ ແລະ ບໍລິສັດເຮືອທ່ອງທ່ຽວ Essence Grand Cruise.   

ພາຍຫຼັງແຂ່ງຂັນກັນມາເປັນເວລາ 3 ວັນ, ລາງວັນແຊັມໂລກເຮືອຈັກ UIM F1H20 World Championship ໄດ້ອັດລົງ ດ້ວຍການຄວ້າແຊັມຂອງນັກແຂ່ງຂັນຊາວ ຊູແອັດ Erik Stark ມາຈາກທິມ Victoria  (UEA). ຮອງລົງມາແມ່ນນັກແຂ່ງຂັນ Jonas Andersson ຂອງທິມ ບິ່ງດິ້ງ - ຫວຽດນາມ ແລະ ລາງວັນທີ 3 ໄດ້ແກ່ນັກກິລາ Peter Morin ຂອງ CTIC ຂອງ ຈີນ. ການແຂ່ງຂັນເຮືອຈັກສາກົນ ກໍ່ໄດ້ສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວ. ທ່ານ ເຈິ່ນດຶກຈິງ, ຊາວ ບິ່ງດິ້ງ ແບ່ງປັນດ້ວຍຄວາມຕື່ນເຕັ້ນວ່າ:          

“ຂ້າພະເຈົ້າຮູ້ສຶກຈັບອົກຈັບໃຈຫຼາຍ. ເຖິງວ່າຢູ່ໄກ, ແຕ່ຄອບຄົວຂ້າພະເຈົ້າກໍພະຍາຍາມມານີ້ຊື້ປີ້ ເພື່ອໄດ້ເຫັນປະຈັກຕາການແຂ່ງຂັນເຮືອໂມໂຕນີ້. ກິລາປະເພດນີ້ຄັກຫຼາຍ.”

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top