• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມສຸດຍອດ ASEM 12

      ຕອນບ່າຍວັນທີ 19 ຕຸລາ, ຕາມເວລາທ້ອງຖິ່ນ, ກອງປະຊຸມສຸດຍອດອາຊີ - ເອີຣົບ ຄັ້ງທີ 12 (ASEM 12) ທີ່ດຳເນີນຢູ່ນະຄອນ ບຣຸກແຊນ ປະເທດ ແບນຊິກ ໄດ້ສິ້ນສຸດລົງຢ່າງຈົບງາມ. 

ອັດກອງປະຊຸມສຸດຍອດ ASEM 12 (ພາບ: EPA/TTXVN)
      ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການປະທານ ໂດຍຢັ້ງຢືນເຖິງຄວາມຕັດສິນໃຈຂອງບັນດາສະມາຊິກ ASEM ເພີ່ມທະວີການພົວພັນຄູ່ຮ່ວມມື ອາຊີ - ເອີຣົບ ແນໃສ່ຮັບມືຕໍ່ບັນດາສິ່ງທ້າທາຍທົ່ວໂລກ, ພ້ອມທັງ ວາງອອກບັນດາການກຳນົດທິດຍົກລະດັບການຮ່ວມມື ASEM ໃນໄລຍະຈະມາເຖິງ.
       ກ່ອນໜ້ານັ້ນ, ໃນຕອນທ່ຽງຂອງວັນດຽວກັນ, ບັນດາການນຳ ASEM ໄດ້ດຳເນີນກອງປະຊຸມສະເພາະກ່ຽວກັບ “ບັນດາບັນຫາສາກົນ ແລະ ພາກພື້ນ”, ສຸມໃສ່ແລກປ່ຽນບັນດາບັນຫາທີ່ກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງ, ຕ້ານລັດທິກໍ່ການຮ້າຍ, ບໍ່ແຜ່ຂະຫຍາຍອາວຸດລ້າງຜານ, ຄວາມໝັ້ນຄົງໃນການເດີນເຮືອ…ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ: ຫວຽດນາມ ສະໜັບສະໜູນທຸກຄວາມມານະພະຍາຍາມຂອງປະຊາຄົມສາກົນທີ່ເໝາະສົມກັບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ ເພື່ອຊອກຫາມາດຕະການສັນຕິພາບ ແລະ ໝັ້ນຄົງໃຫ້ແກ່ບັນດາການປະທະກັນ ແລະ ການຂັດແຍ້ງກັນຢູ່ຕາເວັນອອກກາງ, ອາຟຣິກາ, ອາຊີ…
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top