• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມຊຸດທີ 14

      ຕອນບ່າຍວັນທີ 14 ມິຖຸນາ, ສະພາແຫ່ງຊາດຫວຽດນາມ ໄດ້ດໍາເນີນວາລະອັດກອງປະຊຸມສະໄໝສາມັນເທື່່ອ 7, ສະພາແຫ່ງຊາດຫວຽດນາມຊຸດທີ 14.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ 
ກ່າວຄໍາເຫັນທີ່ພິທີອັດ (ພາບ: quochoi.vn)
      ພາຍຫຼັງເຮັດວຽກມາເປັນເວລາ 20 ວັນ ດ້ວຍຈິດໃຈປະຊາທິປະໄຕ, ເຂັ້ມງວດ ແລະ ມີຄວາມຮັບຜິດຊອບ, ສະພາແຫ່ງຊາດຊຸດທີ 14 ໄດ້ປະຕິບັດສໍາເລັດລາຍການເຮັດວຽກທັງໝົດຂອງກອງປະຊຸມສະໄໝສາມັນເທື່ອທີ 7 ດ້ວຍຫຼາຍເນື້ອໃນໃນບັນດາຂົງເຂດຄື: ນິຕິບັນຍັດ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສໍາຄັນຂອງປະເທດຊາດ. ກົດໝາຍ 7 ສະບັບ ແລະ ມະຕິ 10 ສະບັບ ທີ່ສະພາແຫ່ງຊາດຮັບຮອງເອົານັ້ນ ລ້ວນໄດ້ແຕ່ພິຈາລະນາຢ່າງລະມັດລະວັງ,  ລະອຽດ, ຄິດໄລ່ຊັ່ງຊາແຕ່ລະວິທີການ ແລະ ໄດ້ຮັບຮອງເອົາດ້ວຍອັດຕາຄວາມເຫັນດີເຫັນພ້ອມສູງ. ນີ້ແມ່ນບັນດາພື້ນຖານອັນສໍາຄັນດ້ານນິຕິກໍາ ເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນພຶດຕິກໍາຕົວຈິງຂອງຊີວິດໄດ້ຢ່າງທັນການ ອັນໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໄດ້ຢ່າງວ່ອງໄວ ແລະ ຍືນຍົງ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ.
        ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ ສືບຕໍ່ມີບັນດາການປ່ຽນແປງໃໝ່, ຍູ້ແຮງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານຢ່າງແທດຈິງເຂົ້າໃນການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ:
        ຜ່ານກອງປະຊຸມສະໄໝສາມັນແຕ່ລະຄັ້ງ ການເຄື່ອນໄຫວຂອງສະພາແຫ່ງຊາດຍິ່ງນັບມື້ນັບມີຄວາມຜູກພັນ, ສະໜິດສະໜົມກັບປະຊາຊົນ, ໃກ້ຊິດຕິດແທດກັບພຶດຕິກໍາຕົວຈິງໃນດໍາລົງຊີວິດ. ສະພາແຫ່ງຊາດສະແດງຄວາມຂອບອົກຂອບໃຈຕໍ່ຄວາມໄວ້ເນື້ອເຊື່ອໃຈ, ຄວາມສົນໃຈ ແລະ ການແບ່ງປັນຂອງພໍ່ແມ່ປະຊາຊົນ, ຂອງຜູ້ມີສິດເລືອກຕັ້ງທົ່ວປະເທດ ແລະ ປາດຖະໜາວ່າ ຈະສືບຕໍ່ໄດ້ຮັບການຕິດຕາມກວດກາຢ່າງແໜ້ນແຟ້ນ, ການປະກອບຄໍາຄິດເຫັນຢ່າງກົງໄປກົງມາ ແລະ ມີລັກສະນະສ້າງສັນ ເພື່ອໃຫ້ສະພາແຫ່ງຊາດເວົ້າສະເພາະ ແລະ ກົງຈັກລັດເວົ້າລວມ ມີການເຄື່ອນໄຫວຢ່າງແທ້ຈິງ ແລະ ມີປະສິດທິຜົນ”. 
  (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top