• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14

      ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14 ໄດ້ອັດລົງຢ່າງເປັນທາງການໃນຕອນບ່າຍວັນທີ 24 ພິຈິກ, ຢູ່ ຮ່າໂນ້ຍ, ພາຍຫຼັງເຮັດວຽກມາເປັນເວລາ 1 ເດືອນ.

(ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ)
      ວາລະປິດມີທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈິ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ພ້ອມກັບບັນດານັກປະຕິວັດຜູ້ອາວຸໂສ, ບັນດາສະມາຊິກສະພາແຫ່ງຊາດ.
        ກ່າວຄວາມເຫັນທີ່ວາລະອັດກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14 ໄດ້ສຳເລັດເນື້ອໃນລາຍການທີ່ໄດ້ວາງອອກ. ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ຮັບຮອງເອົາ ກົດໝາຍ 6 ສະບັບທີ່ມີຄວາມໝາຍສຳຄັນຕໍ່ການພັດທະນາປະເທດຊາດ. ສະພາແຫ່ງຊາດກໍ່ໄດ້ປຶກສາຫາລື ແລະ ໃຫ້ຄຳເຫັນໃສ່ຮ່າງກົດໝາຍອື່ນ 9 ສະບັບ ເພື່ອສືບຕໍ່ຫັນລັດຖະທຳມະນູນປີ 2013 ເປັນລະບອບລະບຽບການ. ປັບປຸງລະບົບກົດໝາຍກ່ຽວກັບລະບອບ ລະບຽບການເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສິດຂອງມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ປ້ອງກັນ, ຕ້ານການລະເມີດກົດໝາຍ, ການສໍ້ລາດບັງຫຼວງ, ການຟຸມເຟືອຍ.
        ສະພາແຫ່ງຊາດກໍ່ໄດ້ພິຈາລະນາບົດລາຍງານສຳຄັນຫຼາຍບົດ ກໍ່ຄືຮັບຮອງເອົາມະຕິສຳຄັນຈຳນວນໜຶ່ງ, ໃນນັ້ນມີບັນດານະໂຍບາຍບຸກທະລຸ, ມີການກະທົບຢ່າງໃຫຍ່ຫຼວງເຖິງການພັດທະນາເສດຖະກິດສັງຄົມຂອງປະເທດ.
        ແລະກໍ່ຢູ່ທີ່ ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14, ການເຄື່ອນໄຫວຊັກຖາມຂອງສະພາແຫ່ງຊາດໄດ້ສຸມໃສ່ບັນດາຂົງເຂດການເງິນ, ທະນາຄານ, ຖະແຫຼງຂ່າວສື່ສານ, ການພິພາກສາ, ບັນດາບັນຫາທີ່ກ່ຽວຂ້ອງເຖິງວຽກງານບໍລິຫານຂອງລັດຖະບານ. ຕີລາຄາກ່ຽວກັບຄຸນນະພາບການຊັກຖາມ ແລະ ຕອບຄຳຊັກຖາມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ຢືນຢັນວ່າ:
        “ວາລະ ຊັກຖາມ ແລະ ຕອບຄຳຊັກຖາມ  ໄດ້ດຳເນີນໃນບັນຍາກາດສ້າງສັນ, ປະຊາທິປະໄຕ, ໂຕ້ວາທີຢ່າງຟົດຟື້ນ, ໄດ້ເຮັດແຈ້ງໜ້າທີ່ຮັບຜິດຊອບຂອງຜູ້ຊັກຖາມ, ພ້ອມທັງເຫັນໄດ້ຄວາມສາມາດຂອງສະມາຊິກສະພາແຫ່ງຊາດໄດ້ຮັບການເສີມຂະຫຍາຍ. ການຕອບຄຳຊັກຖາມແມ່ນກົງໄປກົງມາ, ເຮັດແຈ້ງບັນຫາ ແລະຍົກອອກບັນດາມາດຕະການແກ້ໄຂໂດຍພື້ນຖານ, ອັນໄດ້ຮັບຄວາມເຫັນອົກເຫັນໃຈຈາກສະມາຊິກສະພາແຫ່ງຊາດ ແລະ ໄດ້ຮັບການຕີລາຄາສູງຈາກຜູ້ມີສິດເລືອກຕັ້ງໃນທົ່ວປະເທດ“.
        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ຮັບຮູ້ຈິດໃຈປ່ຽນໃໝ່, ແລະມີຫົວຄິດປະດິດສ້າງ ສືບຕໍ່ໄດ້ຮັບການສະແດງອອກທີ່ກອງປະຊຸມຄັ້ງນີ້.
        ກ່ຽວກັບໜ້າທີ່ພາຍຫຼັງກອງປະຊຸມຄັ້ງນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີບັນດາສະມາຊິກສະພາແຫ່ງຊາດມີຄວາມຕັ້ງໜ້າ, ເປັນເຈົ້າການກວ່າອີກໃນວຽກງານສ້າງກົດໝາຍ, ຕິດຕາມກວດກາ, ຈັດຕັ້ງບັນດາການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງ, ຮັບຟັງແນວຄິດຈິດໃຈ, ຄວາມມຸ່ງມາດປາຖະໜາຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ; ຄົ້ນຄ້ວາ, ຊອກຫາ, ກຳແໜ້ນພຶດຕິກຳຕົວຈິງໃນຊີວິດສັງຄົມເພື່ອສ່ອງແສງຢ່າງທັນການ, ສະເໜີຕໍ່ສະພາແຫ່ງຊາດ, ລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງຢ່າງທັນການ.
(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top