• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມ ASEM ກ່ຽວກັບການສຶກສາ ແລະ ແຫຼ່ງຊັບພະຍາກອນມະນຸດ

ຜູ້​ແທນ​ເຂົ້າ​ຮ່ວມ​​​​​ກອງ​ປະ​ຊຸມ
(ພາບ: TTXVN)
      ວັນ​ທີ 31/03, ຢູ່​ນະ​ຄອນ​ເຫ້ວ, ກອງ​ປະ​ຊຸມ ASEM ດ້ວຍ​ຫົວ​ຂໍ້​ວ່າ “ສຶກ​ສາ​​ຢ່າງ​ມີຫົວ​ຄິດ​ປະ​ດິດ​ສ້າງ​ ແລະ ​ກໍ່​ສ້າງ​ແຫຼ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ” ໄດ້​ອັດ​ລົງ​ພາຍ​ຫຼັງ​ເຮັດ​ວຽກ​ເປັນ​ເວ​ລາ 2 ວັນ. ທີ່ກອງ​ປະ​ຊຸມ, ມີ​ບົດ​ປະ​ກອບ​ຄວາມ​ເຫັນ 17 ບົດ ໂດຍ​ບັນ​ດາ​ນັກ​ປ​າ​ຖະ​ກະ​ຖາ​ຫວຽດ​ນາມ ແລະ ສາ​ກົນ​ສະ​ເໜີ, ແບ່ງ​ປ​ັນ​ບົດ​ຮຽນ​ລະ​ດັບ​ຊາດ ແລະ ສາ​ກົນ ສຸມ​ໃສ່​ເຂົ້າ​ບັນ​ດາ​ບັນ​ຫາ​ຄື: ບົດ​ບາດ​ຂອງ​ການ​ສຶກ​ສາ ແລະ ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ສະ​ຕະ​ວັດ​ທີ 21 ເພື່ອ​ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ; ກາ​ລະ​ໂອ​ກາດ, ສິ່ງ​ທ້າ​ທາຍ ແລະ ບົດ​ບາດ​ຂອງ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ; ພຶດ​ຕິ​ກຳ​ຕົວ​ຈິງ ແລະ ບົດ​ຮຽນ​ຢູ່​ອາ​ຊີ ແລະ ເອີ​ລົບ… ກອງ​ປະ​ຊຸມ​ໄດ້​ເປັນ​ເອ​ກະ​ພາບ​ບາງ​ເນື້ອ​ໃນ​ພື້ນ​ຖານ​ລວມ​ມີ: ຍູ້​ແຮງ​ການ​ພົວ​ພັນ​ລະ​ຫວ່າງ​ຂະ​ແໜງ​ການ​ໃນ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ເພື່ອ​ແນ​ໃສ່​ພ​ັດ​ທະ​ນາ​ມະ​ນຸດ​ຢ່າງ​ຮອບ​ດ້ານ, ສ້າງ​ກາ​ລະ​ໂອ​ກາດ​ຮ່ຳ​ຮຽນ​ຕະ​ຫຼອດ​ຊີ​ວິດ​ຕິດ​ກັບ​ພາ​ລະ​ກິດ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4…
        ກ່າວ​ຄຳ​ເຫັນ​ອັດ​ກອງ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ສຶກ​ສາ ແລະ ບຳ​ລຸ​ງ​ສ້າງ ຟຸ່ງ​ຊວນ​ຍ້າ ​ເນັ້​ນ​ໜັກ​ວ່າ, ເພື່​ອ​ມຸ່ງ​ໄປ​ເຖິງ​ພື້ນ​ຖານ​ການ​ສຶກ​ສາ​ທີ່​ມີ​ຄວາມ​ກົ​ມ​ກຽວ, ທັນ​ສະ​ໄໝ ແລະ ຕອບ​ສະ​ໜອງ​ໄດ້​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ວຽກ​ເຮັດ​ງານ​ທຳຂອງ​ໂລກ, ​ແຕ່​ລະ​ປະ​ເທດສະ​ມາ​ຊິກ ASEM ຕ້ອງ​ມາ​ນະ​ພະ​ຍາ​ຍາມກວ່າ​ອີກ ແລະ ປ່ຽນ​ໃໝ່​ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ຕະ​ຫຼອດ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top