• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັງ​ກິດ: ເຂດ ເວວ ແຫ່ງ ລາ​ຊະ​ອາ​ນາ​ຈັກ ອັງ​ກ​ິດ ປະ​ກາດ​ໄພ​ແຫ້ງ​ແລ້ງ​ຢູ່​ບາ​ງ​ເຂດ

ການປະກາດໄພແຫ້ງແລ້ງນີ້ ແມ່ນຍ້ອນຄວາມກົດດັນຂອງອຸນຫະພຸມເພີ່ມຂຶ້ນສູງ ແລະ ຝົນບໍ່ຕົກ.
  ອ່າງເກັບນ້ຳ Baitings ຢູ່ Yorkshire ຕາເວັນຕົກ (ພາບ: ft.com)   

ວັນທີ 19 ສິງຫາ, ບາງຂົງເຂດຢູ່ເຂດ ເວວ (ປະເທດ ອັງກິດ) ໄດ້ປະກາດສະພາບໄພແຫ້ງແລ້ງຢ່າງເປັນທາງການ, ພາຍຫຼັງທີ່ເກີດໄພແຫ້ງແລ້ງຄ້າຍຄືກັນຢູ່ບາງເຂດຂອງ ອັງກິດ. ອົງການຊັບພະຍາກອນທຳມະຊາດເຂດ ເວວ ໃຫ້ຮູ້ວ່າ ການປະກາດໄພແຫ້ງແລ້ງນີ້ ແມ່ນຍ້ອນຄວາມກົດດັນຂອງອຸນຫະພຸມເພີ່ມຂຶ້ນສູງ ແລະ ຝົນບໍ່ຕົກ. ບັນດາບໍລິສັດສະໜອງນ້ຳປະປາຢູ່ ເວວ ຕ້ອງຈຳກັດການນຳໃຊ້ນ້ຳ ລວມມີຄຳສັ່ງຫ້າມໃຊ້ນ້ຳ ຫົດສວນ ແລະ ລ້າງລົດ. ໄພແຫ້ງແລ້ງ ໄດ້ປະກາດຢ່າງເປັນທາງການຢູ່ເຂດ England ເປັນສ່ວນຫຼາຍໃນອາທິດແລ້ວນີ້, ພາຍຫຼັງເດືອນ ກໍລະກົດ ທີ່ຮັບຮູ້ວ່າ ແມ່ນແຫ້ງແລ້ງທີ່ສຸດນັບແຕ່ປີ 1935 ເປັນຕົ້ນມາ. ບໍລິສັດ Thames Water ໄດ້ສະໜອງນ້ຳປະປາໃຫ້ແກ່ປະຊາຊົນ 15 ລ້ານຄົນ ຢູ່ ລອນດອນ ແລະ ບາງເຂດໃກ້ຄຽງໃຫ້ຮູ້ວ່າ ຈະນຳໃຊ້ຄຳສັ່ງຫ້າມໃຊ້ນ້ຳຫົດສວນ ແລະ ລ້າງລົດ ນັບແຕ່ວັນທີ 24 ສິງຫາ ເປັນຕົ້ນໄປ.

(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top