• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອະດີດນັກສຶກສາຫວຽດນາມ ຕອບບຸນແທນຄຸນບັນດາຄູອາຈານລາວ

      ຕອນຄ່ຳວັນທີ 06 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນການພົບປະທີ່ ເຕັມໄປດ້ວຍຄວາມຕື້ນຕັນໃຈລະຫວ່າງບັນດາຄູອາຈານລຸ້ນຕ່າງໆຂອງມະຫາວິທະຍາໄລແຫ່ງຊາດລາວ ກັບບັນດາອະດີດນັກສຶກສາຫວຽດນາມ ທີ່ເຄີຍຮ່ຳຮຽນຢູ່ມະຫາວິທະຍາໄລ່ດັ່ງກ່າວ.

(ອະດີດນັກສຶກສາຫວຽດນາມ ຕອບບຸນແທນຄຸນບັນດາຄູອາຈານລາວ)
      ນີ້ແມ່ນເຫດການທີ່ແທດຈິງເພື່ອສະເຫຼີມສະຫຼອງ 23 ປີແຫ່ງວັນຄູລາວ (07 ຕຸລາ 1994 – 07 ຕຸລາ 2017); 55 ປີແຫ່ງວັນ 2 ປະເທດສ້າງຕັ້ງການພົວພັນທາງການທູດ (05 ກັນຍາ 1962 – 05 ກັນຍາ 2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2017). ເຂົ້າຮ່ວມການພົບປະມີຄູອາຈານລຸ້ນຕ່າງໆຂອງມະຫາວິທະຍາໄລແຫ່ງຊາດລາວກວ່າ 60 ຄົນ ພ້ອມກັບອະດີດນັກສຶກສາຫວຽດນາມ ທີ່ເຄີຍຮ່ຳຮຽນຢູ່ໂຮງຮຽນແຫ່ງນີ້ເກືອບ 100 ຄົນ ປະຈຸບັນພວມດຳລົງຊີວິດ ແລະ ເຮັດວຽກຢູ່ລາວ. ໃນບັນຍາກາດທີ່ອົບອຸ່ນ, ຕື້ນຕັນໃຈ ແລະ ຈິງໃຈ, ບັນດາຄູອາຈານລາວ ພ້ອມກັບອະດີດນັກສຶກສາຫວຽດນາມ ໄດ້ຫວນຄືນບັນດາອານຸສອນໃນເມື່ອກ່ອນ, ພ້ອມກັນຮັບຟັງບັນດາບົດເພງຍ້ອງຍໍບ້ານເກີດເມືອງນອນປະເທດຊາດ, ກ່ຽວກັບການພົວພັນແບບພິເສດຫວຽດນາມ - ລາວ ແລະ ຮັບປະທານບັນດາເຍື່ອງອາຫານທີ່ເປັນມູນເຊື້ອຂອງ 2 ປະເທດ.
 (ແຫຼ່ງຄັດຈາກ VOV)

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

Top