• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ​ວຽດ​ນາມ ​ດຳ​ລົງ​ຕຳ​ແໜ່​ງ​ເປັນ​ກຳ​ມະ​ການ​ບໍ່​ປະ​ຈຳ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຢ່າງ​ເປັນ​ທາ​ງ​ການ

ນັບແຕ່ວັນທີ 01 ມັງກອນ 2020 ເປັນຕົ້ນໄປ, ຫວຽດນາມ ໄດ້ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ຢ່າງເປັນທາງການ, ໃນນັ້ນ ຫວຽດນາມຈະຮັບດຳລົງຕຳແໜ່ງເປັນປະທານ ສະພາຄວາມໝັ້ນຄົງ ສປຊ ໃນເດືອນມັງກອນປີ 2020 ແລະ ເດືອນເມສາປີ 2021. ດ້ວຍຄວາມຮັບຜິດຊອບສູງ, ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍໜ້າທີ່ວຽກງານ ເພື່ອກຽມພ້ອມດຳລົງຕຳແໜ່ງນີ້ໃຫ້ເປັນຢ່າງດີ.

ຄະນະຫວຽດນາມດີໃຈ ເມື່ອໄດ້ຮັບດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ (ພາບ: TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈຳ ອາເມລິກາ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໃຫ້ຮູ້ບັນດາບຸລິມະສິດຂອງຫວຽດນາມ ໃນເດືອນດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງ ສປຊ ນັ້ນແມ່ນ:

        “ບຸລິມະສິດທີ 1 ຂອງຫວຽດນາມໃນເດືອນເປັນປະທານ ແມ່ນປະຕິບັດບົດບາດບໍລິຫານໃຫ້ເປັນຢ່າງດີ, ເຮັດແນວໃດເພື່ອໃຫ້ສະພາບຄວາມໝັ້ນຄົງ, ແກ້ໄຂບັນດາບັນຫາທີ່ເກີດຂຶ້ນ, ປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ສາກົນໃຫ້ເປັນຢ່າງດີ. ບຸລິມະສິດທີ 2 ແມ່ນ ເສີມຂະຫຍາຍບົດບາດເປັນປະທານ, ຍົກສູງຄວາມຮັບຮູ້ຂອງປະຊາຄົມສາກົນ ກ່ຽວກັບຄວາມສຳຄັນຂອງກົດບັດ ສປຊ ໃນການປົກປັກຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ, ຄວາມສຳຄັນຂອງການເຄົາລົບກົດໝາຍ, ເຄົາລົບກົດບັດ ສປຊ ເພື່ອປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ສາກົນ. ບຸລິມະສິດທີ 3 ແມ່ນ ຫວຽດນາມ ຊຸກຍູ້ການຮ່ວມມືລະຫວ່າງ ສປຊ ແລະ ອາຊຽນ.”

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ ຄຳ​ຟອງ ອິນ​ມາ​ນີ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ສອງ​ພັກ, ສອງ​ລັດ ຈະສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລ​ກ​ປ່ຽນ​ປະ​ສົບ​ການ, ແບ່ງ​ປັນ​ບັນ​ດາ​ຜົນ​ສຳ​ເລັດ ແລະ ບົດ​ຮຽນ​ພຶດ​ຕິ​ກຳ ຕົວ​ຈິງ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດ​ນາມ ຢ່າງ​ຕໍ່​ເນື່ອງ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top