ຕອນຄ່ຳວັນທີ 6 ສິງຫາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາງ Jennifer Wicks ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງສະຫະລັດ ອາເມລິກາ ປະຈຳ ຫວຽດນາມ ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດ ເລີ່ມປະຕິບັດໜ້າທີ່ທາງການທູດ ຢູ່ ຫວຽດນາມ, ທ່ານເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືອາເມລິກາແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ. ທ່ານປະທານສະພາແຫ່ງຊາດ ກໍ່ສະເໜີທ່ານເອກອັກຄະລັດຖະທູດ ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ປະສານສົມທົບກັບຝ່າຍຫວຽດນາມ ຊຸກຍູ້ບັນດາການເຄື່ອນໄຫວພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂອງການນຳຂັ້ນສູງໃຫ້ຫຼາຍກວ່າອີກ, ຊຸກຍູ້ການສ້າງກົນໄກໂອ້ລົມສົນທະນາເປັນປະຈຳ, ແທ້ຈິງລະຫວ່າງອົງການສ້າງກົດໝາຍສອງປະເທດ. ທ່ານເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ປາດຖະໜາວ່າອາເມລິກາ ຮັບຮອງຫວຽດນາມແມ່ນພື້ນຖານເສດຖະກິດການຕະຫຼາດໂດຍໄວ, ສະເໜີສອງປະເທດປະສານສົມທົບກັນເພີ່ມທະວີການຮ່ວມມືໃນບັນດາຂົງເຂດບຸກທະລຸໃໝ່, ພິເສດແມ່ນບັນດາຂົງເຂດເຕັກໂນໂລຢີສູງ, ເຄິ່ງຊັກນຳໄຟຟ້າ, ການຫັນເປັນດີຈີຕອນ, ນະວັດຕະກຳ ແລະ ຫັນເປັນພະລັງງານສີຂຽວ.
ສ່ວນທ່ານນາງ ເອກອັກຄະລັດຖະທູດ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ເປັນຂົວເຊື່ອມຕໍ່ເພື່ອປະກອບສ່ວນນຳການພົວພັນ ຫວຽດນາມ - ອາເມລິກາ ໃຫ້ພັດທະນາຫຼາຍກວ່າອີກໃນໄລຍະຈະມາເຖິງ, ພ້ອມທັງຢັ້ງຢືນວ່າ ອາເມລກາ ຍາມໃດກໍ່ຖືການພົວພັນກັບ ຫວຽດນາມເປັນສຳຄັນ, ສະໜັບສະໜູນປະເທດຫວຽດນາມ ເຂັ້ມແຂງ,ເອກະລາດ, ເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ.






