• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ໋າຍ​ຝ່ອງ - ສະ​ຖ​ານ​ທີ່​ຍຸດ​ທະ​ສາດ​ໃນ​ສັງ​ກາດ​ໃໝ່

ກອງປະຊຸມ ABAC 3 ໄດ້ດຳເນີນແຕ່ວັນທີ 15 – 18 ກໍລະກົດ ດ້ວຍການເຂົ້າຮ່ວມຂອງຜູ້ແທນຫຼາຍກ່ວາ 1000 ທ່ານ (ໃນນັ້ນມີຜູ້ແທນສາກົນປະມານ 250 ທ່ານ) ທີ່ມາຈາກ 21 ພື້ນຖານເສດຖະກິດ APEC, ການນຳບັນດາກຸ່ມບໍລິສັດນາໆຊາດ, ອົງການຈັດຕັ້ງການເງິນ, ສູນຄົ້ນຄ້ວາ - ນະວັດຕະກຳສາກົນ…
ສະຖານທີ່ດຳເນີນກອງປະຊຸມ (ພາບ: ດາມແທັງ)

ກອງປະຊຸມຄັ້ງທີ 3 ຂອງສະພາໃຫ້ຄຳປຶກສາການດຳເນີນທຸລະກິດ APEC ປີ 2025 (ABAC3) ແລະ  ກອງປະຊຸມສົ່ງເສີມການລົງທຶນນະຄອນດ້ວຍຫົວຂໍ້ “ຫ໋າຍຝ່ອງ - ສະຖານທີ່ຍຸດທະສາດຂອງສັງກາດໃໝ່” ໄດ້ໄຂຂຶ້ນໃນວັນທີ 15 ກໍລະກົດ ຢູ່ນະຄອນ ຫ໋າຍຝ່ອງ.

ກອງປະຊຸມ ABAC 3 ໄດ້ດຳເນີນແຕ່ວັນທີ 15 – 18 ກໍລະກົດ ດ້ວຍການເຂົ້າຮ່ວມຂອງຜູ້ແທນຫຼາຍກ່ວາ 1000 ທ່ານ (ໃນນັ້ນມີຜູ້ແທນສາກົນປະມານ 250 ທ່ານ) ທີ່ມາຈາກ 21 ພື້ນຖານເສດຖະກິດ APEC, ການນຳບັນດາກຸ່ມບໍລິສັດນາໆຊາດ, ອົງການຈັດຕັ້ງການເງິນ, ສູນຄົ້ນຄ້ວາ - ນະວັດຕະກຳສາກົນ… ປຶກສາຫາລືກ່ຽວກັບບັນດາບັນຫາການຄ້າ ແລະ ການລົງທຶນຈຸດສຸມຂອງ ພາກພື້ນ ອາຊີ - ປາຊີຟິກກາ. ໃນຂອບເຂດເຫດການກໍ່ດຳເນີນຫຼາຍການເຄື່ອນໄຫວ, ຊ່ວຍບັນດານັກລົງທຶນມີຄວາມເຂົ້າໃຈຫຼາຍກ່ວາອີກກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງ ຫ໋າຍຝ່ອງ… ທ່ານຫງວຽນກ໋ວາງຝຸກ, ຫົວໜ້າຄະນະໂຄສະນາສືກສາ ແລະ ຂົນຂວາຍປະຊາຊົນ ອົງຄະນະພັກນະຄອນຫ໋າຍຝ່ອງ ຢັ້ງຢືນວ່າ:

ຫ໋າຍຝ່ອງແມ່ນສະຖານທີ່ດູດດື່ມສຳລັບບັນດານັກລົງທຶນ, ດ້ວຍພື້ນທີ່, ຂອບຂະໜາດດ້ານເສດຖະກິດ ແລະ ພິເສດແມ່ນຄວາມເຂັ້ມແຂງ, ຂ້ຽວຂາດ, ຂະຫຍັນຂັນເຄື່ອນຂອງຖັນແຖນການນຳ ແລະ ພະນັກງານນະຄອນ. ເຫດການນີ້ກໍ່ແມ່ນເຫດການໃຫຍ່ທີ່ສຸດ, ດຶງດູດຫຼາຍນັກລົງທຶນ, ນັກເສດຖະກິດ ແລະ ຈະຜັນຂະຫຍາຍບາງການເຄື່ອນໄຫວທີ່ແທດຈິງ, ປະກອບສ່ວນເຂົ້າໃນການເຕີບໂຕ ແລະ ພັດທະນານະຄອນຄືດັ່ງຄວາມຫວັງ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top