• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼາຍ​ກິດ​ຈະ​ກຳ​ທີ່​ມີ​ຄວາມ​ໝາຍ​ ຖືກ​ຈັດ​ຂຶ້ນເນື່ອງ​ໃນໂອ​ກາດ​ “ເດືອນ​ມະ​ນຸດ​ສະ​ທຳ”

ວັນທີ 17 ພຶດສະພາ, ສະພາກາແດງ ແຂວງ ເທື່ອທຽນເຫວ້ ໄດ້ສົມທົບກັບ ສະພາກາແດງນະຄອນ ຮ່າໂນ້ຍ ຈັດການເຄື່ອນໄຫວເນື່ອງໃນໂອກາດ “ເດືອນມະນຸດສະທຳ” ປີ 2023 ຢູ່ຕາແສງ ງືໂລກ, ເມືອງ ເຮົ້າໂລກ, ແຂວງ ແທັງຮວ໊າ.
ຄະນະຈັດຕັ້ງມອບທຶນການສຶກສາ ພ້ອມກັບລົດຖີບໃຫ້ແກ່ນັກຮຽນທຸກຍາກ ແຕ່ຮຽນເກັ່ງ (ພາບ:TTXVN)

ນີ້ກໍແມ່ນການເຄື່ອນໄຫວນອນໃນໂຄງການສົມທົບກັນຈັດຕັ້ງການເຄື່ອນໄຫວຕ່າງໆ ລະຫວ່າງສະພາກາແດງ ນະຄອນ ຮ່າໂນ້ຍ ແລະ ສະພາກາແດງແຂວງ ແທັງເຮວ໊າ ກ່ຽວກັບການຜັນຂະຫຍາຍປະຕິບັດໂຄງການ “ຮັບປະກັນຄວາມປອດໄພໃຫ້ແກ່ຊາວປະມົງຜູ້ທຸກຍາກ ແລະ ປະສົບກັບຄວາມຫຍຸ້ງຍາກ” ປີ 2023.

        ຕາມນັ້ນແລ້ວ, ຢູ່ຕາແສງ ງືໂລກ, ເມືອງເຮົ້າໂລກ ໄດ້ດຳເນີນກິດຈະກຳຕ່າງໆຄື: ກວດພະຍາດ, ໃຫ້ຄຳປຶກສາຫາກ່ຽວກັບສຸຂະພາບໂດຍບໍ່ເກັບຄ່າ ແລະ ມອບຂອງຂວັນໃຫ້ແກ່ເປົ້າໝາຍຕ່າງໆ; ເລີ່ມລົງມືກໍ່ສ້າງເຮືອນຢູ່ໃຫ້ຄອບຄົວຊາວປະມົງຜູ້ທຸກຍາກ ແລະ ປະສົບກັບຄວາມຫຍຸ້ງຍາກ.

        ກໍໃນວັນດຽວກັນ, ຄະນະປະຕິບັດງານແຂວງ ຫາຍເຢືອງ ໄດ້ໄປຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ແກ່ເປົ້າໝາຍຢູ່ສູນຊ່ວຍເຫຼືອສັງຄົມຂອງແຂວງ; ຢ້ຽມຢາມສູນລ້ຽງດູຜູ້ຖືກໂລກຈິດ, ຜູ້ມີຄຸນງາມຄວາມດີ ແລະ ສູນເຄື່ອນໄຫວມະນຸດສະທຳ ສະພາກາແດງແຂວງ. ເນື່ອງໃນໂອກາດນີ້, ບັນດາວິສາຫະກິດອຸປະຖຳ ກໍໄດ້ມອບຂອງຂວັນ, ອຸປະກອນເຄື່ອງໃຊ້ສອຍຕ່າງໆໃຫ້ແກ່ຄົນເຈັບຢູ່ສູນແຫ່ງຕ່າງໆ.

 

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top