ຂ່າວສານ
ຫຼາຍກິດຈະກຳທີ່ມີຄວາມໝາຍໄດ້ຈັດຂຶ້ນເພື່ອສະເຫຼີມສະຫຼອງ 136 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ
ຕອນຄ່ຳວັນທີ 18 ພຶດສະພາ, ຢູ່ແຂວງ ກ໋າວບັ່ງ, ໄດ້ດຳເນີນລາຍການສະແດງສິລະປະສະເຫຼີມສະຫຼອງ 136 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ແລະ ສະຫຼອງ 85 ປີແຫ່ງວັນປະທານ ໂຮ່ຈີມິນກັບເມືອປະເທດ, ຊີ້ນຳນຳພາການປະຕິວັດຫວຽດນາມ ໂດຍກົງ (5/6/1911-5/6/2026).
ກ່ອໜ້ານັ້ນ, ໃນຕອນບ່າຍວັນດຽວກັນ, ແຂວງກ໋າວບັ່ງໄດ້ປະສານສົມທົບກັບສະຖານບັນການເມືອງແຫ່ງຊາດ ໂຮ່ຈີມິນ ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ "ກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກ, ຊຸດທີ I (5/1941):: ວິໄສທັດຍຸດທະສາດ ຂອງພັກໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ກໍ່ສ້າງ ແລະ ພັດທະນາປະເທດຊາດ"
ຕອນຄ່ຳວັນທີ 18 ພຶດສະພາ, ຢູ່ສະໜາມກິລາ ລ່າງແຊນ, ຕາແສງ ກິມລຽນ, ແຂວງ ເງະອານ ໄດ້ໄຂງານບຸນ ລ່າງແຊນປີ 2026, ງານບຸນມີຫຼາຍກິດຈະກຳພົ້ນເດັ່ນ ແລະ ມີຄວາມໝາຍ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 136 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ, ສະຖານທູດ ຫວຽດນາມ ປະຈຳ Bangladesh ໄດ້ປະສານສົມທົບກັບກຸ່ມຄົ້ນຄ້ວາ ກ່ຽວກັບປະທານໂຮ່ຈີມິນ ຈັດການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ແນວຄິດປະທານໂຮ່ຈີມິນ ກ່ຽວກັບຄວາມມະຫາສາມັກຄີທົ່ວປວງຊົນ ໃນພາລະກິດກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ຫວຽດນາມ”.
ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢຸ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 136 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ເພື່ອຫວນຄືນຊີວິດ ແລະ ພາລະກິດອັນສະຫງ່າຜ່າເຜີຍຂອງປະທານໂຮ່ຈີມິນ.







