ຂ່າວສານ
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເລຮວ່າຍຈູງ ຢ້ຽມຢາມ ແລະ ເຮັດວຽກຢູ່ ສິງກະໂປ
ໃນການຢ້ຽມຢາມ, ທ່ານເລຮວ່າຍຈູງ ໄດ້ເຂົ້າຢ້ຽມຂ່ຳນັບອະດີດນາຍົກລັດຖະມົນຕີ ລັດຖະມົນຕີອາວຸໂສ ຫຼີຊຽນຫຼົງ, ພ້ອມທັງເປັນທີ່ປຶກສາຂັ້ນສູງຂອງພັກ ເຄື່ອນໄຫວປະຊາຊົນ (PAP) ກຳອຳນາດ; ພົບປະກັບຜູ້ຊ່ວຍວຽກທ່ານເລຂາທິການໃຫຍ່ພັກ PAP, ລັດຖະມົນຕີກະຊວງສຶກສາ Chan Chun Sing; ເຮັດວຽກກັບທ່ານລັດຖະມົນຕີການຕ່າງປະເທດ Vivian Balakrishnan; ພົບປະ ແລະ ແລກປ່ຽນກັບທ່ານ Lim Boon Heng ປະທານກຸ່ມບໍລິສັດ Temasek… ຄະນະກໍໄດ້ໄປວາງພວງມາລາຢູ່ອະນຸສາວະລີປະທານ ໂຮ່ຈີມິນ, ຢ້ຽມຢາມບາງຮາກຖານເສດຖະກິດ - ວັດທະນະທຳ ແລະ ໂອ້ລົມກັບບັນດາພະນັກງານສະຖານທູດ ຫວຽດນາມ ປະຈຳ ສິງກະໂປ.
ທີ່ການພົບປະ ແລະ ແລກປ່ຽນຕ່າງໆ, ທ່ານ ເລຮວ່າຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດ ຫວຽດນາມ ແລະ ບັນດາການນຳສິງກະໂປ ໄດ້ເຫັນດີຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ພວມມີຢ່າງມີປະສິດທິຜົນ ເພື່ອຂຸດຄົ້ນກຳລັງບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງຢ່າງມີປະສິດທິຜົນກວ່າອີກ.








