• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງຕ້ອນຮັບຄະນະຜູ້ແທນສະຫະພັນກຳມະບານໂອຕາລິດ

      ວັນທີ 21 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົບພັນຕ່າງປະເທດສູນກາງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະຫະພັນກຳມະບານໂອຕາລິດ Erich Foglar, ກຳມະການກົມການເມືອງພັກປະຊາທິປະໄຕສັງຄົມໂອຕາລິດ (SPO), ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຕາມຄຳເຊີນຂອງສະຫະພັນໃຫຍ່ແຮງງານຫວຽດນາມ.
 
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງຕ້ອນຮັບຄະນະຜູ້ແທນສະຫະພັນກຳມະບານໂອຕາລິດ

(ພາບ: TTXVN)
      ທີ່ການຕ້ອນຮັບ, ທ່ານ ຮ່ວາງບິ່ງກວນ ຢືນຢັນວ່າ, ການນຳພັກ, ລັດຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວຂອງສະຫະພັນໃຫຍ່ແຮງງານຫວຽດນາມ. ທ່ານຮ່ວາງບິ່ງກວມ ກໍ່ເນັ້ນໜັກວ່າ, ພັກກອມມູນິດຫວຽດນາມ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບພັກປະຊາທິປະໄຕສັງຄົມໂອຕາລິດ, ຖືນັ້ນແມ່ນພື້ນຖານດ້ານການເມືອງໃຫ້ແກ່ບັນດາການພົວພັນ 2 ຝ່າຍໃນຫຼາຍຂົງເຂດລະຫວ່າງ 2 ປະເທດ.
        ສ່ວນທ່ານ Erich Foglar ປາດຖະໜາວ່າ, ພັກກອມມູນິດຫວຽດນາມ ແລະ SPO ເພີ່ມທະວີການເຈລະຈາ, ແລກປ່ຽນຂໍ້ມູນຂ່າວສານເພື່ອຊຸກຍູ້ການພົວພັນຮ່ວມມື, ພ້ອມທັງຢືນຢັນວ່າ ຈະຜັນຂະຫຍາຍບັນດາມາດຕະການ ແລະ ວີທີການໃຫ້ເໝາະສົມເພື່ອໃຫ້ການພົວພັນລະຫວ່າງ 2 ພັກ, 2 ອົງການກຳມະບານ ນັບມື້ນັບແທດຈິງ, ປະກອບສ່ວນເພີ່ມທະວີການພົວພັນລະຫວ່າງຫວຽດນາມ ແລະ ໂອຕາລິດ.
        ແລະຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນໃຫຍ່ແຮງງານຫວຽດນາມ ບຸຍວັນເກື່ອງ ໄດ້ມີການເຮັດວຽກກັບສະຫະພັນກຳມະບານໂອຕາລິດ ເຊັ່ນດຽວກັນ. ທີ່ການເຮັດວຽກ, 2 ຝ່າຍໄດ້ແບ່ງປັນບົດຮຽນໃນການເຄື່ອນໄຫວກຳມະບານຂອງແຕ່ລະປະເທດ; ແລກປ່ຽນ, ແບ່ງປັນ, ໜູນຊ່ວຍໃຫ້ແກ່ການເຄື່ອນໄຫວຂອງອົງການຈັດຕັ້ງກຳມະບານແຕ່ລະຝ່າຍ, ຜ່ານນັ້ນປະກອບສ່ວນຊຸກຍູ້ການປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ, ປັບປຸງເງື່ອນໄຂ, ສະພາບແວດລ້ອມແຫ່ງການເຮັດວຽກ, ມຸ່ງໄປເຖິງເປົ້າໝາຍເຮັດວຽກຢ່າງສົມເຫດສົມຜົນໃຫ້ແກ່ຜູ້ອອກແຮງງານທຸກໆຄົນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top