• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຢ້ຽມຢາມສະມາຄົມພຸດທະສາສະໜາ ຫວຽດນາມ

      ເນື່ອງໃນໂອກາດວັນບຸນວິສາຂະບູຊາ ພສ. 2561 (ປີ 2017), ຕອນເຊົ້າວັນທີ 09/05 ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ຫວຽດນາມ ໄດ້ລົງຢ້ຽມຢາມ, ອວຍພອນບັນດາຜູ້ມີຍົດຖາບັນດາສັກຢູ່ວັດ ກວານຊື - ຮ່າໂນ້ຍ.

ທ່ານນາງ ເຈືອງທິມາຍ ອວຍພອນບັນດາຜູ້ມີຍົດຖາບັນດາສັກ ສະມາຄົມພຸດທະສາສະໜາ ຫວຽດນາມ (ພາບ: ອິນເຕີແນັດ)
      ນະທີ່ນີ້, ທ່ານນາງ ເຈືອງທິມາຍຢືນຢັນວ່າ: ພັກ, ລັດຍາມໃດກໍ່ຮັບຮູ້, ຕີລາຄາສູງບັນດາການປະກອບສ່ວນຂອງສະມາຄົມພຸດທະສາສະໜາ ຫວຽດນາມ ໃນການສ້າງສາ ແລະ ພັດທະນາປະເທດຊາດ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຂົນຂວາຍພະສົງສາມະເນນ, ພຸດທະສາສະນິກກະຊົນຢູ່ໃນສິນກິນໃນທຳຮັບປະກັນຮີດຄອງປະເພນີ. ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງການພັດທະນາ ແລະ ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງພຸດທະສາສະໜາ, ສ້າງເງື່ອນໄຂເພື່ອໃຫ້ພຸດທະສາສະໜາສືບຕໍ່ພັດທະນາ, ຮ່ວມເດີນທາງກັບ ຊາດ, ປະຕິບັດທິດນຳເທດສະໜາທຳມະ - ຊົນຊາດ - ສັງຄົມນິຍົມ, ເສີມຂະຫຍາຍມູນເຊື້ອປ້ອງກັນປະເທດຊາດ ເຮັດໃຫ້ປະຊາຊົນມີຄວາມສະຫງົບສຸກ. ທ່ານນາງ ເຈືອງທິມາຍ ອວຍພອນສະມາຄົມພຸດທະສາສະໜາຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາທົ່ວປະເທດຄັ້ງທີ 8 (ອາຍຸການ 2017 - 2022) ສຳເລັດຜົນ.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top